ຜົນວິໄຈຈາກມະຫາວິທະຍາໄລວໍຊິງຕັນ ສະຫະລັດອາເມຣິກາ ພົບຂໍ້ມູນທີ່ໜ້າສົນໃຈວ່າ: ປະຊາກອນໂລກຈະເພີ່ມຂຶ້ນສູງສຸດໃນອີກ 44 ປີຂ້າງໜ້າ ຢູ່ທີ່ປະມານ 9.700 ລ້ານຄົນ, ກ່ອນຈະຫຼຸດລົງ 900 ລ້ານຄົນ ເຫຼືອພຽງ 8.800 ຄົນ ໃນອີກ 80 ປີຂ້າງໜ້າ ໂດຍສະເພາະແມ່ນທະວີບເອີຣົບ ແລະ ອາຊີຕາເວັນອອກທີ່ປະຊາກອນຈະຫຼຸດລົງເກືອບເຄິ່ງໜຶ່ງ ເນື່ອງຈາກອັດຕາການເກີດຫຼຸດລົງຢ່າງຕໍ່ເນື່ອງ.
ຜົນວິໄຈຍັງຊີ້ວ່າ: ການສຶກສາທີ່ສູງຂຶ້ນ ແລະ ໂອກາດທາງສັງຄົມເປີດກວ້າງຂຶ້ນຂອງເພດຍິງ ໄດ້ເຮັດໃຫ້ແມ່ຍິງອອກໄປເຮັດວຽກ ແທນທີ່ຈະເປັນພຽງແມ່ບ້ານທີ່ເບິ່ງແຍງລູກຢູ່ເຮືອນເທົ່ານັ້ນ. ນອກຈາກນີ້, ການເຂົ້າເຖິງການບໍລິການດ້ານສຸຂະພາບ ລວມທັງການຄຸມກຳເນີດກໍເຮັດໃຫ້ອັດຕາການເກີດໂດຍບໍ່ຕັ້ງໃຈຫຼຸດລົງເປັນຈຳນວນຫຼວງຫຼາຍ.

ປັດຈຸບັນອັດຕາການເກີດຂອງຫຼາຍປະເທດຕ່ຳກວ່າຄ່າສະເລ່ຍແລ້ວ ໂດຍສະເພາະ ຣັດເຊຍ, ການາດາ, ອາເມຣິກາ, ຈີນ, ອົສຕຣາລີ ແລະ ອີກຫຼາຍປະເທດ ເຊິ່ງອີກບໍ່ພໍເທົ່າໃດປີຂ້າງໜ້ານີ້ ປະຊາກອນຜູ້ອາຍຸສູງໃນປະເທດເຫຼົ່ານີ້ລົ້ມຫາຍຕາຍຈາກໄປ ແຕ່ບໍ່ມີເດັກນ້ອຍເກີດໃໝ່ມາທົດແທນສົ່ງຜົນໃຫ້ປະຊາກອນໃນບັນດາປະເທດເຫຼົ່ານີ້ຫຼຸດລົງ.
ຜົນວິໄຈຍັງລະບຸວ່າ ມີ 23 ປະເທດຈະຕ້ອງປະເຊີນກັບປະຊາກອນຫຼຸດລົງເຖິງເຄິ່ງໜຶ່ງ ຫຼື ອາດຈະຫຼາຍກວ່ານັ້ນ ໂດຍສະເພາະຍີ່ປຸ່ນ ປະຊາກອນຈະຫຼຸດລົງ 53% ຈາກ 128 ລ້ານຄົນ ໃນປັດຈຸບັນຫຼຸດລົງເຫຼືອພຽງ 60 ລ້ານຄົນ ໃນອີກ 80 ປີຂ້າງໜ້າ, ແອັດສະປາຍ ຈະຫຼຸດລົງ 50% ຈາກ 46 ລ້ານຄົນ ຍັງເຫຼືອ 23 ລ້ານຄົນ, ໄທ ຈະຫຼຸດລົງ 51% ຈາກ 71 ລ້ານຄົນ ເຫຼືອປະມານ 35 ລ້ານຄົນ.
ນອກຈາກນີ້, ຍັງມີອີກຢ່າງໜ້ອຍ 34 ປະເທດ ທີ່ມີປະຊາກອນຫຼຸດລົງ 20 – 50% ລວມທັງ ຈີນ ທີ່ມີປະຊາກອນ 1.400 ລ້ານຄົນ ຈະຫຼຸດລົງເຫຼືອພຽງ 732 ລ້ານຄົນເທົ່ານັ້ນ.

ທີມວິໄຈຍັງຄາດການວ່າ: ໄນຈີເຣຍ ຈະເປັນໜຶ່ງໃນປະເທດທີ່ໃຫຍ່ ແລະ ເຂັ້ມແຂງທີ່ສຸດໃນທ້າຍສະຕະວັດນີ້, ຂະນະທີ່ສະຫະລັດຍັງຄົງເປັນມະຫາອຳນາດດ້ານເສດຖະກິດ ແຕ່ຈະຖືກຈີນແຊງໜ້າປະມານ 30 ປີ ກ່ອນທີ່ຈີນຈະອ່ອນອິດທິພົນລົງ, ຂະນະທີ່ອິນເດຍ ຈະກາຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ປະມານ 1.090 ລ້ານຄົນ ໃນອີກ 80 ປີຂ້າງໜ້າ, ຕາມມາດ້ວຍ ໄນຈີເຣຍ 791 ລ້ານຄົນ, ຈີນ 732 ລ້ານຄົນ, ສະຫະລັດ 336 ລ້ານຄົນ, ປາກິດສະຖານ 248 ລ້ານຄົນ ແລະ ກົງໂກ 246 ລ້ານຄົນ.