6 ເດືອນຕົ້ນປີ ເມືອງທ່າແຕງ ເກັບລາຍຮັບໄດ້ 1,5 ຕື້ກວ່າກີບ

100

ໃນ 6 ເດືອນຕົ້ນປີ ເມືອງ ທ່າແຕງ ແຂວງເຊກອງ ສາມາດຈັດເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 1,53 ຕື້ກີບ, ດ້ານລາຍຈ່າຍ ປະຕິບັດໄດ້ 16,78 ຕື້ກີບ. ການສົ່ງອອກສິນຄ້າບັນລຸໄດ້ 64,18 ຕື້ກີບ, ຂາຍຍົກ – ຂາຍຍ່ອຍບັນລຸໄດ້ 87,62 ຕື້ກີບ.

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ທ່າແຕງ ຄັ້ງທີ 2 ສະໄໝທີ 6 ໄຂຂຶ້ນໃນວັນທີ 15 ກໍລະກົດ2020 ນີ້ ທີ່ສະໂມສອນໃຫຍ່ ຂອງເມືອງ ເປັນປະທານຂອງສະຫາຍ ສົມເພັດ ເອີດລັດດາ ເລຂາພັກເມືອງ ເຈົ້າເມືອງໆທ່າແຕງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກສໍານັກງານ ແລະ ເລຂາພັກບ້ານທົ່ວເມືອງທ່າແຕງເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ສະຫາຍ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງໄດ້ກ່າວສະຫຼຸບຕີລາຄາຄືນຊີ້ນໍາໆພາຮອບດ້ານຂອງຄະນະບໍລິຫານງານພັກເມືອງທ່າແຕງປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຕະຫຼອດໄລຍະ 6 ເດືອນຜ່ານມາວ່າ: ສາມາດຈັດເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 1,53 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້38,39%, ດ້ານລາຍຈ່າຍ ປະຕິບັດໄດ້ 16,78 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 45,54%.

ພາບປະກອບຂ່າວເທົ່ານັ້ນ

ການສົ່ງອອກສິນຄ້າບັນລຸໄດ້ 64,18 ຕື້ກີບ ທຽບໃສ່ປີຜ່ານມາລື່ນ 50,30%, ທຽບໃສ່ແຜນປີລື່ນ 45,83%, ຂາຍ ຍົກ – ຂາຍຍ່ອຍບັນລຸໄດ້ 87,62 ຕື້ກີບ, ທຽບໃສ່ແຜນປີເພີ່ມຂຶ້ນຫຼາຍເທົ່າຕົວ, ທຽບໃສ່ແຜນການປີຫຼຸດ 6,35%.

ຈາກນັ້ນ, ກໍໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງບັນດາສະຫາຍເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ເພື່ອຢັ້ງຢືນເພື່ອຜົນສຳເລັດ ແລະ ວິທີແກ້ໄຂວຽກງານໃນໜ້າທີ່ການເມືອງຂອງຕົນ ແລະ ພ້ອມກັນຮັບຮອງເອົາແຜນວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2020.

[ ໂດຍ: ລັດຕະນາ ຄຳສົມພູ ]