ສະຕາຟິນເທັກ ຮ່ວມກັບ ທະນາຄານເອຊີລີດາ ລົງນາມເຊື່ອມຕໍ່ລະບົບຊໍາລະ

142

ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ແລະ ທະນາຄານເອຊີລີດາ ລາວ ຈໍາກັດ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ເຊື່ອມຕໍ່ການຊໍາລະສະສາງ ບໍ່ວ່າຈະເປັນລູກຄ້າທີ່ມີບັນຊີກະເປົ໋າເງິນເອເລັກໂຕຣນິກ ( U-Money ) ສາມາດໂອນເງິນເຂົ້າບັນຊີໂດຍກົງຂອງທະນາຄານເອຊີລີດາ ແລະ ບັນຊີທະນາຄານເອຊີລີດາ ກໍສາມາດໂອນເງິນເຂົ້າບັນຊີກະເປົ໋າເງິນເອເລັກໂຕຣ ນິກ ຢູມັນນີ ໄດ້ເຊັ່ນດຽວກັນ.

ໄລຍະຜ່ານມາ, ບໍລິສັດ ສະຕາຟິນເທັກ ຈໍາກັດ ໄດ້ປະຕິບັດການເຊັນສັນຍາການເຊື່ອມຕໍ່ກັບບັນດາທະນາຄານອື່ນ ເຊັ່ນ: ທະນາຄານຫຸ້ນສ່ວນການຄ້າທະຫານ ສາຂາລາວ; ທະນາຄານຮ່ວມທຸລະກິດ ລາວ – ຫວຽດ; ທະນາຄານມາຣູຮານ ເຈແປນ ລາວ; ທະນາຄານຮ່ວມພັດທະນາ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ສະໜອງການບໍລິການດ້ານ ” BCEL E-Comme rce” ). ເຊິ່ງບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ ( U-Money ) ເປັນບໍລິສັດໃນເຄືອຂອງ ບໍລິສັດ ສະຕາໂທລະຄົມ ທີ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົ໋າເງິນເອເລັກໂຕຣນິກຢ່າງເປັນທາງການ.

ສໍາລັບການໃຫ້ບໍລິການດັ່ງກ່າວນີ້ ຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າ ກໍຄືປະຊາຊົນທົ່ວໄປທີ່ອາໄສຢູ່ທົ່ວປະເທດລາວ ສາມາດເຂົ້າເຖິງທະນາຄານແບບດິຈິຕອລໄດ້ຢ່າງງ່າຍດາຍທີ່ສຸດ ເຊິ່ງການຮ່ວມມືໃນຄັ້ງນີ້ຖືເປັນອີກໜຶ່ງຍຸດທະສາດໃນການພັດທະນາຂອງ ບໍລິສັດ ສະຕາຟິນເທັກ ແລະ ທະນາຄານເອຊີລີດາ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ທັງສອງຝ່າຍຍັງຈະສືບຕໍ່ຄົ້ນຄວ້າການຮ່ວມມືອື່ນໆທີ່ເປັນປະໂຫຍດໃນອະນາຄົດ.

ທາງບໍລິສັດ ສະຕາຟິນເທັກ ຈໍາກັດ ຫຼື ຢູມັນນີ ( U-Money ) ຂໍສະແດງຄວາມຂອບໃຈມາຍັງ ທະນາຄານເອຊີລີດາ ລາວ ຈໍາກັດ ແລະ ລູກຄ້າທຸກທ່ານທີ່ນໍາໃຊ້ບໍລິການຢູມັນນີ ຂອງພວກເຮົາຕະຫຼອດມາ ພາຍໃຕ້ຄຳຂວັນ ” ທະນາຄານເທິງມືຖືຂອງຄົນລາວ ” ຈະສືບຕໍ່ຮ່ວມມືກັບພາກສ່ວນອື່ນໆ ເພື່ອອໍານວຍ ຄວາມສະດວກໃນການນໍາໃຊ້ທຸລະກໍາໃນຍຸກແຫ່ງບໍລິການທະນາຄານແບບດິຈິຕອລ.

ພິທີລົງນາມເຊັນບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືເຊື່ອມຕໍ່ການຊຳລະສະສາງ ຈັດຂຶ້ນວັນທີ 15 ກໍລະກົດ 2020 ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ເປັນການລົງນາມຮ່ວມກັນລະຫວ່າງ ທ່ານເຈິນ ມິງ ດຶກ ຮອງອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທ່ານ ດຣ. ຮາຍ ສະວາຍ ຜູ້ອໍານວຍການໃຫຍ່ ທະນາຄານເອຊີລີດາ ລາວ ຈຳກັດ.