ເຊັນສັນຍາເກັບຊື້ເຂົ້າຈາກກຸ່ມຜະລິດເມືອງໄຊທານີ

272

ໂຮງສີເຂົ້າ ສຸທັດ ແລະ ໂຮງສີເຂົ້າ ນາງ ບຸນຮຽງ ຈັດພິທີເຊັນສັນຍາເກັບຊື້ເຂົ້ານໍາກຸ່ມການຜະລິດເມືອງໄຊທານີ ເພື່ອຄໍ້າປະກັນຜົນຜະລິດທີ່ອອກມາມີຕະຫຼາດຮອງຮັບ ແລະ ລາຄາແນ່ນອນ ປະກອບສ່ວນຕາມແຜນການຜະລິດເປັນສິນຄ້າຄໍ້າປະກັນສະບຽງອາຫານໃນນະຄອນຫຼວງວຽງຈັນ.

ໃນວັນທີ 16 ກໍລະກົດ 2020 ທີ່ຫ້ອງການບ້ານແກ້ງໄຄ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາລະຫວ່າງຜູ້ປະກອບການໂຮງສີເຂົ້າ, ກຸ່ມຜູ້ຜະລິດເຂົ້າເປັນສິນຄ້າ ແລະ ກຸ່ມແນວພັນເຂົ້າເມືອງໄຊທານີ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນລໍ້າ ວົງສຸດທິ ຄະນະຊີ້ນຳໂຄງການຜະລິດເຂົ້າເປັນສິນຄ້າ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ), ມີຜູ້ປະກອບການໂຮງສີເຂົ້າ ແລະ ກຸ່ມຜູ້ຜະລິດເຂົ້າເປັນສິນຄ້າ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອານຸສອນ ພົນລືຊາ ຜູ້ປະສານງານໂຄງການຜະລິດເຂົ້າເປັນສິນຄ້າ, ພະແນກ ອຄ.ນວ ກ່າວວ່າ: ວຽກງານເຊື່ອມໂຍງຊາວກະສິກອນເຂົ້າສູ່ຕະຫຼາດເປັນວຽກງານໜຶ່ງທີ່ມີ ຄວາມຈຳເປັນ ແລະ ຍ້ອນຜູ້ປະສານງານຂັ້ນນະຄອນຫຼວງ ແລະ ຂັ້ນເມືອງຂອງໂຄງການຜະລິດກະສິກໍາເປັນສິນຄ້າ ສົມທົບທາງໂຮງສີ ແລະ ກຸ່ມຜະລິດມີຄວາມເຂົ້າໃຈ ແລະ ມີເຈດຈໍານົງຕ້ອງການເຊັນເສັນຍາ. ດັ່ງນັ້ນ, ທີມງານພວກເຮົາຈຶ່ງໄດ້ປຶກສາຫາລື ແລະ ດຳເນີນການຈັບຄູ່ເຊັນສັນຍາກັນຂຶ້ນ ເຊິ່ງໄດ້ມີການເຊັນສັນຍາຊື້ເຂົ້າກັບກຸ່ມຜະລິດແນວພັນເຂົ້າ 4 ກຸ່ມຂອງເມືອງໄຊທານີ ຄື: ບ້ານແກ້ງໄຄ້, ລາດຄວາຍ, ທ່າສະຫວ່າງ ແລະ ພູຄໍາ ກັບໂຮງສີ ທ່ານ ນາງ ບຸນຮຽງ ແລະ 1 ກຸ່ມ ຜະລິດເຂົ້າເປັນສິນຄ້າແມ່ນໄດ້ເຊັນສັນຍາກັບໂຮງສີສຸທັດ.

ທ່ານ ແສງທະວີ ນ້ອຍວົງທອງ ຫົວໜ້າກຸ່ມຜະລິດແນວພັນເຂົ້າບ້ານລາດຄວາຍ ໃຫ້ສຳພາດວ່າ: ກຸ່ມພວກເຮົາມີສະມາຊິກ 23 ຄອບຄົວ, ມີເນື້ອທີ່ຜະລິດແນວພັນເຂົ້າທັງນາປີ ແລະ ນາແຊງ 17 ເຮັກຕາ, ຜະລິດແນວພັນເຂົ້າໄດ້ 54,40 ໂຕນ ໃນລະດູຝົນຂາຍມູນຄ່າ 163 ລ້ານກວ່າກີບ ແລະ ລະດູແລ້ງ 59,50 ໂຕນຂາຍມູນຄ່າ 208 ລ້ານກວ່າກີບ.

ການທີ່ໄດ້ມີການເຊັນຍາຊື້ – ຂາຍແນວພັນກັບໂຮງສີ ທ່ານ ນາງ ບຸນຮຽງ ຈະສົ່ງຜົນດີດ້ານຕະຫຼາດ ເພາະຈະມີຕະຫຼາດຈຳໜ່າຍທີ່ແນ່ນອນ ເຊິ່ງທີ່ຜ່ານມາພວກເຮົາໄດ້ຂາຍໃຫ້ແມ່ຄ້າຢູ່ຕາມບ້ານທົ່ວໄປ ລາຄາຢູ່ໃນ 3.600 ຫາ 4.000 ກີບຕໍ່ກິໂລ ໂດຍເປັນລາຄາທີ່ບໍ່ແນ່ນອນ ແລະ ການເຊັນສັນຍາເກັບຊື້ຄັ້ງນີ້ ລາຄາກໍແມ່ນກຳນົດໄປຕາມກົນໄກຂອງຕະຫຼາດ ໂດຍທາງພະແນກ ອຄ.ນວ ກຳນົດລາຄາຊາວນາຂາຍໃຫ້ໂຮງສີ 3.600 ກີບຕໍ່ກິໂລ ເຊິ່ງເຫັນວ່າເປັນລາຄາທີ່ໜ້າພໍໃຈ ຜູ້ຜະລິດຢູ່ໄດ້.

ທ່ານ ນາງ ບຸນຮຽງ ພົມມີໄຊ ເຈົ້າຂອງໂຮງສີເຂົ້າບຸນຮຽງ ກ່າວວ່າ: ການເຊັນສັນຍານີ້ເປັນການເຊື່ອມຕໍ່ໃຫ້ຜູ້ປະກອບການ ແລະ ກຸ່ມຜູ້ຜະລິດເຂົ້າໄດ້ມາເຮັດວຽກຮ່ວມກັນ. ຜ່ານມາໂຮງສີຂ້າພະເຈົ້າ ແມ່ນໄດ້ສົ່ງເສີມການປູກເຂົ້າຢູ່ເມືອງປາກງື່ມ. ສະນັ້ນ, ການເຊັນສັນຍາຄັ້ງນີ້ແມ່ນການຂະຫຍາຍກຸ່ມຜູ້ຜະລິດແນວພັນຢູ່ເມືອງໄຊທານີ ພ້ອມທັງສະເໜີໃຫ້ທັງກຸ່ມຜູ້ຜະລິດດັ່ງກ່າວນຳເອົາແນວພັນຂອງຕົນໄປຂະຫຍາຍຕື່ມ ໂດຍເນັ້ນໃຫ້ນຳໃຊ້ແນວພັນເຂົ້າທ່າດອກຄຳ 8 ແລະ 11 ເຊິ່ງໃຫ້ຜົນຜະລິດເຂົ້າດີ, ມີກິ່ນຫອມໃຊ້ໄດ້ທັງນາປີ ແລະ ນາແຊງ.

ທ່ານ ສຸທັດ ແກ້ວດວງສີ ເຈົ້າຂອງໂຮງສີເຂົ້າສຸທັດ ກ່າວວ່າ: ການເຊັນສັນຍາຄັ້ງນີ້ກໍເປັນເລື່ອງທີ່ດີ ແຕ່ການເກັບຊື້ໂຮງສີຂ້າພະເຈົ້າແມ່ນຮັບຊື້ຜົນຜະລິດຂອງຊາວນາທັງເຂົ້າດິບ ແລະ ເຂົ້າແຫ້ງ ພຽງແຕ່ມີເຂົ້າມາຂາຍໃຫ້, ແຕ່ດ້ານລາຄາແມ່ນເປັນໄປຕາມລາຄາຂອງທ້ອງຕະຫຼາດ. ພ້ອມເນັ້ນການກຳນົດລາຄາແມ່ນຢາກໃຫ້ຢູ່ໄດ້ທັງ 2 ຝ່າຍ ຄື: ຜູ້ຜະລິດເຂົ້າກໍຄືຊາວນາ ແລະ ເຈົ້າຂອງໂຮງສີ.