ນວ ຈະຄຸ້ມຄອງຮ້ານອິນເຕີເນັດກາເຟ ໃຫ້ເຂົ້າສູ່ກົດໝາຍຢ່າງເຂັ້ມງວດ

148

ໃນ 6 ເດືອນຕົ້ນປີ ນະຄອນຫຼວງວຽງຈັນ ( ນວ ) ໄດ້ປະຕິບັດມາດຕະການຕາມລະບຽບການຕໍ່ຮ້ານອິນເຕີເນັດກາເຟ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຈຳນວນ 435 ຮ້ານ, ໃນນີ້ບໍ່ມີໃບອະນຸຍາດ ແລະ ໃຫ້ປິດກິດຈະການ 43 ຮ້ານ, ໄດ້ຢຶດເຄື່ອງ ແລະ ອຸປະກອນ 2 ຮ້ານ, ໄດ້ສຶກສາອົບຮົມ ແລະ ປັບໃໝຕາມລະບຽບການທັງໝົດ 327 ຮ້ານ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ນວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ກ່ຽວກັບການຄຸ້ມຄອງຮ້ານອິນເຕີເນັດຄາເຟ ວ່າ: ການສ້າງຕັ້ງຮ້ານອິນເຕີ ປະກອບມີ 2 ປະເພດ ຄື: ການບໍລິການອິນເຕີເນັດກາເຟປະເພດ 1 ແມ່ນການປະກອບການສະໜອງບໍລິການເຂົ້າເຖິງອິນເຕີເນັດສະເພາະ ເຊັ່ນ: ຮ້ານອິນເຕີເນັດ. ສ່ວນການບໍລິການອິນເຕີເນັດກາເຟປະເພດ 2 ແມ່ນການສະໜອງບໍລິການເຂົ້າເຖິງອິນເຕີເນັດໃຫ້ແກ່ຜູ້ມາໃຊ້ບໍລິການທຸລະກິດອື່ນຂອງຕົນ ເຊັ່ນ: ຮ້ານກິນດື່ມ, ສະຖານບັນເທີງ, ໂຮງແຮມ, ສະຖານທີ່ການສຶກສາ, ສະຖານທີ່ສາທາລະນະອື່ນໆ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ສີຄອນ ອ່ອນສີພັນລາ ກ່າວຕື່ມວ່າ: 6 ເດືອນຜ່ານມາ ຢູ່ນະຄອນຫຼວງວຽງຈັນ ມີຮ້ານອິນເຕີເນັດກາເຟປະເພດ 1 ທັງໝົດ: 379 ຮ້ານ, ຂຶ້ນກັບເມືອງຄຸ້ມຄອງ 159 ຮ້ານ; ການລົງກວດກາຕົວຈິງພົບເຫັນຮ້ານອິນເຕີເນັດກາເຟຈໍານວນໜຶ່ງບໍລິການບໍ່ຖືກກັບໃບອະນຸຍາດບໍ່ສອດຄ່ອງກັບລະບຽບການ, ມີຫຼາຍຮ້ານໄດ້ໃຫ້ບໍລິການເກມອອນລາຍ, ບໍລິການເກມພະນັນທາງອິນເຕີເນັດຈໍານວນໜຶ່ງສວຍໃຊ້ຮ້ານອິນເຕີເນັດກາເຟເປັນບ່ອນຊື້ – ຂາຍ ແລະ ເສບຢາເສບຕິດ.

ພາບປະກອບຂ່າວເທົ່ານັ້ນ

ໃນໄລຍະຜ່ານມາພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກແຈ້ງການກ່ຽວກັບການປະຕິບັດ 8 ຂໍ້ຫ້າມ ຢູ່ໃນມາດຕາ 19 ວ່າດ້ວຍຂໍ້ຫ້າມຂອງຂໍ້ຕົກລົງ 828/ປທສ, ຫ້າມບໍ່ໃຫ້ບໍລິການໃນຮ້ານອິນເຕີເນັດກາເຟ, ແຈ້ງການຫ້າມຕິດໂປສເຕີ ແລະ ຮູບພາບທີ່ເປັນລັກສະນະຊັກຊວນໃຫ້ເຂົ້າມາຫຼິ້ນການພະນັນຢູ່ຮ້ານອິນເຕີເນັດ; ໄດ້ໂຈະການອອກອະນຸຍາດໃໝ່ຮ້ານອິນເຕີເນັດກາເຟ, ສໍາລັບຜູ້ທີ່ມີໃບອະນຸຍາດມາ ເເລ້ວໃນເວລາມາຂໍແຈ້ງສືບຕໍ່ອະນຸຍາດ ພວກເຮົາໄດ້ສົ່ງໃຫ້ບ້ານ ແລະ ຄະນະສະເພາະກິດຂອງເມືອງເປັນຜູ້ຄົ້ນຄວ້າ ແລະ ມີຄໍາເຫັນກ່ອນ ຈຶ່ງສົ່ງໃຫ້ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານພິຈາລະນາ.

ໃນນັ້ນ, ຢູ່ໃນແບບຟອມຂໍອະນຸຍາດກໍມີບົດບັນທຶກສັນຍາເຊັນກັນໄວ້ລະຫວ່າງເຈົ້າຂອງທຸລະກິດ ແລະ ນາຍບ້ານຕໍ່ການປະຕິບັດ 8 ຂໍ້ຫ້າມ; ໄດ້ລົງສົມທົບກັບອົງການປົກຄອງເມືອງ, ບ້ານ ແລະ ຂະແໜງການທີ່ກ່ຽວຂ້ອງເຊີນເອົາຜູ້ປະກອບການຮ້ານອິນເຕີເນັດກາເຟຢູ່ແຕ່ລະເມືອງຂຶ້ນມາສຶກສາອົບຮົມ ແລະ ຮັບຟັງການເຜີຍແຜ່ຂໍ້ຕົກລົງ 828/ປທສ ເຊິ່ງໄດ້ເນັ້ນຢໍ້າການປະຕິບັດບັນດາຂໍ້ຫ້າມທີ່ກໍານົດໄວ້ໃນມາດຕາ 19 ຂອງຂໍ້ຕົກລົງດັ່ງກ່າວ.

ພາບປະກອບຂ່າວເທົ່ານັ້ນ

ໃນ 6 ເດືອນຜ່ານມາ ໄດ້ແຕ່ງຕັ້ງຈຸງານລົງສົມທົບກັບໜ່ວຍສະເພາະກິດຂອງເມືອງ ທີ່ໄດ້ຮັບການແຕ່ງຕັ້ງຈາກເຈົ້າເມືອງຢູ່ໃນ 7 ເມືອງ ຄື: ເມືອງໄຊເສດຖາ, ເມືອງໄຊທານີ, ເມືອງສີໂຄດຕະບອງ, ເມືອງນາຊາຍທອງ, ເມືອງຫາດຊາຍຟອງ, ເມືອງຈັນທະບູລີ ແລະ ເມືອງສີສັດຕະນາກ ເພື່ອຮ່ວມກັນຕິດຕາມກວດກາຢູ່ແຕ່ລະເມືອງ. ພ້ອມນັ້ນ, ກໍໄດ້ປະຕິບັດມາດຕະການຕາມລະບຽບການຕໍ່ຮ້ານທີ່ເຄື່ອນໄຫວບໍ່ຖືກຕ້ອງ, ກວດກາໄດ້ທັງໝົດ 435 ຮ້ານ, ໃນນີ້ບໍ່ມີໃບອະນຸຍາດ ແລະ ໃຫ້ປິດກິດຈະການ 43 ຮ້ານ, ໄດ້ຢຶດເຄື່ອງ ແລະ ອຸປະກອນ 2 ຮ້ານ, ໄດ້ສຶກສາອົບຮົມ ແລະ ປັບໃໝຕາມລະບຽບການທັງໝົດ 327 ຮ້ານ, ເຄື່ອນໄຫວຖືກຕ້ອງຕາມອະນຸຍາດ 40 ຮ້ານ, ໃນນີ້ແກ້ໄຂບໍ່ໄດ້ 23 ຮ້ານ.

ພາບປະກອບຂ່າວເທົ່ານັ້ນ

ໃນໄລຍະປ້ອງກັນການລະບາດພະຍາດໂຄວິດ – 19 ໄດ້ປະຕິບັດມາດຕະການຕໍ່ຜູ້ລະເມີດ ເຊັ່ນ: ໄດ້ຢຶດເຄື່ອງ ແລະ ປິດກິດຈະການ 2 ຮ້ານ, ສຶກສາອົບຮົມໃຫ້ປິດກິດຈະການ 8 ຮ້ານ; ໄດ້ສົມທົບກັບສູນອິນເຕີເນັດກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານກວດກາເກັບກໍາຂໍ້ມູນ, ເວັບໄຊ ແລະ ເພຈ໌ຕ່າງໆ ທີ່ໂຄສະນາໃຫ້ສັງຄົມເຂົ້າມາຫຼິ້ນການພະນັນຜ່ານທາງເວັບໄຊ ແລະ ເພຈ໌ດັ່ງກ່າວ ຈໍານວນ 50 ເພຈ໌ ສົ່ງໃຫ້ກອງບັນຊາການ ປກສ ນະຄອນຫຼວງ ເພື່ອດໍາເນີນການຕາມລະບຽບກົດໝາຍ.

[ ຂ່າວ: ສົມລົດ ]