ເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ໄຂກອງປະຊຸມທາງໄກ

198

ໃນວັນທີ 16 ກໍລະກົດ 2020, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ເຊິ່ງຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Nguyen Van Thao ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ສສ. ຫວຽດນາມ ແລະ ທ່ານ Park Jea-Kyung ຫົວໜ້າກົມອາຊຽນ ແລະ ອາຊີຕາເວັນອອກສ່ຽງໃຕ້, ກະຊວງການຕ່າງປະເທດ ສ. ເກົາຫລີ;  ມີຫົວຫນ້າເຈົ້າຫນ້າທີ່ອາວຸໂສຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ສ.ເກົາຫລີ ຄື: ສປປ ລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມໄດ້ສະຫລຸບຕີລາຄາຄືນຜົນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງທີ 1 ທີ່ໄດ້ຈັດຂຶ້ນຢູ່ ປູຊານ, ສ. ເກົາຫລີ ໃນປີ 2019 ເຊິ່ງບັນດາປະເທດສະມາຊິກເຫັນວ່າ ຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ໄດ້ມີການຂະຫຍາຍຕົວ ແລະ ກ້າວຂຶ້ນສູ່ລະດັບສູງ ສະແດງອອກຢູ່ບ່ອນວ່າ ໄດ້ມີການຍົກລະດັບກົນໄກການຮ່ວມມືໄປສູ່ຂັ້ນກອງປະຊຸມສຸດຍອດ.

ພ້ອມກັນນັ້ນ, ກໍເຫັນວ່າການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ 3 ປີ ຄັ້ງທີ 2 (2017-2020) ພາຍໃຕ້ 3 ເສົ້າຄໍ້າ ແລະ 7 ຂົງເຂດບູລິມະສິດຂອງການຮ່ວມມື ກໍຖືວ່າ ເປັນຮູບປະທຳຫລາຍຂຶ້ນ ໂດຍສະເພາະ ບັນດາໂຄງການຕ່າງໆທີ່ຖືກຈັດຕັ້ງປະຕິບັດຢູ່ປະເທດສະມາຊິກ ເຫັນວ່າ ໄດ້ຮັບໝາກຜົນເປັນຢ່າງດີ ເຊິ່ງໄລຍະຜ່ານມາ ກໍມີໂຄງການທີ່ຖືກຈັດຕັ້ງປະຕິບັດຢູ່ ສປປ ລາວ ຈຳນວນ 3 ໂຄງການ ລວມມູນຄ່າ 1,263,493 ໂດລາສະຫະລັດ. ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການພັດທະນາເສດຖະກິດ ແລະ ແຜນການຮັບມືຜົນກະທົບດ້ານເສດຖະກິດ-ສັງຄົມໃນພາກພື້ນແມ່ນໍ້າຂອງ ພາຍຫລັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.

ນອກຈາກນັ້ນ, ບັນດາເຈົ້າໜ້າທີ່ອາວຸໂສແມ່ນໍ້າຂອງ-ສ. ເກົາຫລີ ຍັງໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 10 ແລະ ເວທີປຶກສາຫາລືພາກທຸລະກິດ ຄັ້ງທີ 8 ທີ່ຈະຈັດຂຶ້ນໃນທ້າຍປີ 2020 ນີ້.

ກົມເສດຖະກິດ, ກະຊວງການຕ່າງປະເທດ