ກະຊວງ ອຄ ປະເມີນຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນ

167

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຮ່ວມກັບກະຊວງພາຍໃນຈັດກອງປະຊຸມຕິດຕາມ, ຊຸກຍູ້ ແລະ ສຳຫຼວດຄວາມຄິດເຫັນໃນການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນ ເພື່ອເປັນຂໍ້ມູນໃຫ້ກະຊວງພາຍໃນນຳໄປພັດທະນາ ແລະ ປັບປຸງລະບົບການປະເມີນຜົນລັດຖະກອນໃຫ້ມີປະສິດທິພາບ ແລະ ຄ່ອງຕົວຂຶ້ນ.

ໃນວັນທີ 15 ກໍລະກົດ 2020 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມຕິດຕາມ, ຊຸກຍູ້ ແລະ ສຳຫຼວດຄວາມຄິດເຫັນໃນການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນ ແລະ ດຳລັດວ່າດ້ວຍການຝຶກອົບຮົມ ແລະ ພັດທະນາພະນັກງານລັດຖະກອນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ແກ້ວຄຳພັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງ ອຄ, ທ່ານ ນາງ ຄຳສະຫງຽມ ຣາດສະພົງ ຮອງກົມປະເມີນຜົນ ແລະ ພັດທະນາລັດຖະກອນ, ກະຊວງພາຍໃນ ພ້ອມດ້ວຍຄະນະ, ພະນັກງານ 7 ກົມອ້ອມຂ້າງກະຊວງ ອຄ ເຂົ້າຮ່ວມ.

ທ່ານ ວັນໄຊ ແກ້ວຄຳພັນ ກ່າວວ່າ: ໂຄງປະກອບດ້ານກົງຈັກໂດຍລວມຂອງຂະແໜງ ອຄ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ຍັງຮັກສາໄວ້ຕາມເດີມ ຄື: ຂັ້ນກະຊວງປະກອບມີ 1 ຫ້ອງການ, 10 ກົມ ແລະ 1 ສະຖາບັນ, ຂັ້ນແຂວງປະກອບມີ 8 ຂະແໜງ, ຂັ້ນເມືອງປະກອບມີ 4 ໜ່ວຍງານ; ທົ່ວຂະແໜງ ອຄ ມີພະນັກງານ – ລັດຖະກອນທັງໝົດ 2.702 ຄົນ ຍິງ 816 ຄົນ, ຂັ້ນກະຊວງ 478 ຄົນ ຍິງ 194 ຄົນ ກວມ 17,7% ຂອງຈໍານວນທັງໝົດ ແລະ ດ້ານຕຳແໜ່ງບໍລິຫານກວມອັດຕາສ່ວນ 48,95% ຂັ້ນທ້ອງຖິ່ນ 2.224 ຄົນ ຍິງ 622 ຄົນ ກວມ 82,3% ຂອງຈຳນວນທັງໝົດ.

ນັບແຕ່ປີ 2017 – 2019 ໄດ້ຈັດສັນພະນັກງານ – ລັດຖະກອນໄປຍົກລະດັບວິຊາສະເພາະ, ດ້ານທິດສະດີການເມືອງ, ພາສາຕ່າງປະເທດຊັ້ນຕ່າງໆທັງພາຍໃນປະເທດ 2.119 ຄົນ ແລະ ຢູ່ຕ່າງປະເທດ 1.915 ຄົນ. ນອກຈາກນີ້, ຂະແໜງ ອຄ ຍັງໄດ້ສຸມໃສ່ສ້າງແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດ ແຕ່ປີ 2020 – 2025 ແລະ ວິໄສທັດຮອດປີ 2030 ໄດ້ສໍາເລັດໂດຍພື້ນຖານ ແລະ ຄາດຄະເນຈະໃຫ້ສໍາເລັດໃນທ້າຍປີ 2020.

ທ່ານ ນາງ ຄຳສະຫງຽມ ຣາດສະພົງ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານການປະເມີນຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນ ແລະ ວຽກງານຝຶກອົບຮົມ ແລະ ພັດທະນາລັດຖະກອນຂອງກະຊວງ ອຄ ກໍເຫັນວ່າໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດທັງ 2 ວຽກງານ ໂດຍສະເພາະວຽກງານປະເມີນຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນທາງກະຊວງ ອຄ ໄດ້ເຊີນທາງກະຊວງພາຍໃນເຜີຍແຜ່ດໍາລັດ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ – ລັດຖະກອນຕັ້ງແຕ່ເດືອນຕຸລາ 2017D

ເຊິ່ງໃນຕອນນັ້ນທາງກະຊວງພາຍໃນຍັງບໍ່ໄດ້ມີຄໍາແນະນໍາ ແລະ ຄູ່ມືຈັດຕັ້ງປະຕິບັດດໍາລັດດັ່ງກ່າວ ແລະ ໃນເດືອນສິງຫາ 2018 ກໍໄດ້ມີການຈັດຝຶກອົບຮົມວຽກງານດັ່ງກ່າວໃຫ້ກັບບັນດາກົມອ້ອມຂ້າງກະຊວງ ເຊິ່ງເປັນການສະແດງອອກວ່າທາງກະຊວງ ອຄ ແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ. ນອກຈາກນັ້ນ, ຍັງໄດ້ມີການຂຶ້ນແຜນບໍາລຸງຍົກລະດັບພະນັກງານກໍຄືແຜນການໃນການຝຶກອົບຮົມ ແລະ ພັດທະນາພະນັກງານ – ລັດຖະກອນ ຢ່າງເປັນລະບົບໄດ້ດີພໍສົມຄວນ.