ດ່ວນ! ແຈ້ງການຈາກສຳນັກງານນາຍົກເຫັນດີ ໃຫ້ປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ

189

ລັດຖະບານເຫັນດີໃຫ້ປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບພາກທີ່ຢູ່ອາໄສ ນັບແຕ່ເດືອນເມສາ ຫາ ທັນວາ 2020 ໂດຍຜູ້ໃຊ້ໄຟບໍ່ເກີນ 150 ກິໂລວັດໂມງລເດືອນໃຫ້ຄູນລາຄາ 355 ກີບ/ກິໂລວັງໂມງ; ສ່ວນຜູ້ທີ່ນໍາໃຊ້ 151 ກິໂລວັດໂມງຂຶ້ນໄປ ແມ່ນໃຫ້ຄູນສອງລາຄາ; ພ້ອມໃຫ້ໄລ່ລຽງຄືນລະອຽດ ສໍາລັບຜູ້ຊົມໃຊ້ທີ່ໄດ້ຈ່າຍເງິນຄ່າໄຟຟ້າໄປແລ້ວໃນເດືອນທີ່ຜ່ານມາ.

ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 752/ຫສນຍ; ລົງວັນທີ 14 ກໍລະກົດ 2020 ເລື່ອງທິດຊີ້ນໍາຕໍ່ການປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ:

1 ເຫັນດີໃຫ້ປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະຂອງການແຜ່ລະບາດຂອງພະຍາດໂຄວິດ-19 ສໍາລັບພາກທີ່ຢູ່ອາໄສ ນັບແຕ່ເດືອນເມສາ ຫາ ທັນວາ 2020 ຕາມການສະເໜີຂອງກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງມີລາຍລະອຽດດັ່ງນີ້: ສໍາລັບກຸ່ມຜູ້ຊົມໃຊ້ໄຟຟ້າ ແຕ່ 0-150 ກິໂລວັດໂມງ/ເດືອນ ແມ່ນໃຫ້ເອົາພະລັງງານທັງໝົດ ຄູນລາຄາ 355 ກີບ/ກິໂລວັດໂມງ ເປັນລາຄາໄຟຟ້າຂອງເດືອນ.

ສໍາລັບກຸ່ມຜູ້ຊົມໃຊ້ໄຟຟ້າ ແຕ່ 151-461 ກິໂລວັດໂມງຕໍ່ເດືອນ ແມ່ນໃຫ້ເອົາພະລັງງານ 150 ກິໂລວັດໂມງທໍາອິດ ຄູນລາຄາ 355 ກີບ/ກິໂລວັດໂມງ, ສ່ວນພະລັງງານທີ່ເຫຼືອ ແມ່ນໃຫ້ຄູນລາຄາ 710 ກີບ/ກິໂລວັດໂມງ, ແລ້ວເອົາທັງສອງຂັ້ນມາບວກກັນເປັນລາຄາໄຟຟ້າຂອງເດືອນ; ສໍາລັບກຸ່ມຜູ້ຊົມໃຊ້ໄຟຟ້າ ແຕ່ 462 ກິໂລວັດໂມງ/ເດືອນ ຂຶ້ນໄປ ແມ່ນເອົາພະລັງງານທັງໝົດ ຄູນລາຄາ 710 ກີບລກິໂລວັດໂມງ ເປັນລາຄາໄຟຟ້າຂອງເດືອນ.

2 ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ໄລ່ລຽງຄືນລະອຽດ ສໍາລັບຜູ້ຊົມໃຊ້ທີ່ໄດ້ຈ່າຍເງິນຄ່າໄຟຟ້າໄປແລ້ວໃນເດືອນທີ່ຜ່ານມາ

3 ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າໂຄງສ້າງລາຄາໄຟຟ້າໄລຍະຍາວປັບປຸງໃໝ່ ຢ່າງລະອຽດ ໂດຍມີການປະກອບຄໍາເຫັນຢ່າງກວ້າງຂວາງຈາກຫຼາຍພາກສ່ວນໃນສັງຄົມ ເພື່ອໃຫ້ໄດ້ທາງເລືອກທີ່ເໝາະສົມທີ່ສຸດ ແລະ ສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນແຕ່ລະໄລຍະ ແລ້ວນໍາສະເໜີລັດຖະບານພິຈາລະນາພາຍໃນເດືອນຕຸລາ 2020.