ທັງພາກລັດ-ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບຍັງເດີນໜ້າປັບປຸງການຈັດຕັ້ງ ໂດຍສະເພາະບັນດາພະນັກງານທີ່ເປັນຫົວຈັກຫຼັກແຫຼ່ງ ຂັບເຄື່ອນວຽກງານຂອງຂະແໜງການຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ຫຼ້າສຸດບ່າຍມື້ນີ້ ໄດ້ມີການປະກາດແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນຜູ້ໃໝ່.
ເຊິ່ງໃນຕອນບ່າຍຂອງວັນທີ 15 ກໍລະກົດ 2020, ຢູ່ສະໂມສອນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດແຕ່ງຕັ້ງ ພັອ ສຸກພະຈັນ ບຸດດາຄໍາ ເປັນຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຕາມຂໍ້ຕົກລົງສະບັບເລກທີ 404 / ນຍ, ລົງວັນທີ 10 ກໍລະກົດ 2020.
ໃນພິທີປະກາດແຕ່ງຕັ້ງຫົວໜ້າ ປກສ ນະຄອນຫຼວງວຽງຈັນຄັ້ງນີ້ ແມ່ນຈັດຂຶ້ນໂດຍພາຍໃຕ້ການເປັນປະທານ ຂອງ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ, ມີຮອງຫົວໜ້າກົມຈັດຕັ້ງ ກະຊວງ ປກສ, ຄະນະຈັດຕັ້ງນະຄອນຫຼວງ ແລະ ແຂກຖືກເຊີນ ພ້ອມດ້ວຍຄະນະບັນຊາຫ້ອງກອງບັນຊາການ, ກອງພັນເຄື່ອນທີ່ , ຄ້າຍຄຸມຂັງ-ດັດສ້າງ ແລະ ປກສ 9 ຕົວເມືອງເຂົ້າຮ່ວມ.
ໃນພິທີ ພົຕ ກົງທອງ ພົງວິຈິດ ໄດ້ກ່າວວ່າ: ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ຈຶ່ງໄດ້ມີການປັບປຸງການຈັດຕັ້ງຂຶ້ນໃນຄັ້ງນີ້ ແລະ ສະຫາຍທີ່ຖືກແຕ່ງຕັ້ງ ຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ຢ່າງເຂັ້ມງວດ, ເພື່ອເຮັດໃຫ້ວຽກງານໃນກໍາລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ມີຄວາມໜັກແໜ້ນທາງດ້ານແນວຄິດ-ການເມືອງ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ເພື່ອເປັນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂຶ້ນກວ່າເກົ່າ.
ຂ່າວຈາກ: ປ້ອງກັນຄວາມສະຫງົບນະຄອນຫຼວງ