ເຂົ້າໃຈວິທີປ້ອງກັນການຖືກແຮັກເຟສບຸ໊ກສ່ວນຕົວ ຕ້ອງແກ້ແນວໃດ?

141

ການນໍາໃຊ້ສື່ສັງຄົມອອນລາຍໃນປັດຈຸບັນຍິ່ງມີຄວາມຈໍາເປັນຕ້ອງລະວັງ ໂດຍສະເພາະແມ່ນເຟສບຸ໊ກທີ່ເຮົານິຍົມໃຊ້ຕິດຕໍ່ສື່ສານທຸກມື້. ໃນກໍລະນີທ່ານຄິດວ່າຕົວເອງຖືກແຮັກ ຫຼື ຖືກລະເມີດສິດທິສ່ວນຕົວແລ້ວມີຫຼາຍຂັ້ນຕອນທີ່ສາມາດເຮັດໄດ້ເພື່ອກູ້ຄືນບັນຊີ ແລະ ກັບເຂົ້າລະບົບຄືນ. ສະນັ້ນ, ພວກເຮົາຈຶ່ງມີເຄັດລັບມາແນະນຳເມື່ອທ່ານຖືກແຮັກ ແລະ ສາມາດກູ້ບັນຊີຄືນໄດ້ ມີດັ່ງນີ້:

+ເຂົ້າໄປຕັ້ງຄ່າຕາມຄໍາແນະນໍາຂອງເຟສບຸ໊ກ:

ຖ້າຫາກທ່ານບໍ່ສາມາດເຂົ້າບັນຊີຂອງທ່ານຄືນໄດ້ ອາດເປັນໄປໄດ້ທີ່ແຮັກເກີ້ໄດ້ເຂົ້າໄປປ່ຽນຂໍ້ມູນການເຂົ້າບັນຊີຂອງທ່ານທັງໝົດແລ້ວ, ຖ້າສົງໄສວ່າເຫດການດັ່ງກ່າວນີ້ໄດ້ເກີດຂຶ້ນກໍສາມາດເຂົ້າໄປຕັ້ງຄ່າໄດ້ທີ່ https://www.facebook.com/hacked, ແລ້ວແຈ້ງບັນຊີຖືກແຮັກ. ຖັດຈາກນັ້ນ, ເຟສບຸ໊ກຈະຊ່ວຍກູ້ບັນຊີຂອງທ່ານຄືນ ໂດຍການຄົ້ນຫາບັນຊີຜ່ານອີເມລ ຫຼື ເບີໂທລະສັບທີ່ໃຊ້ລົງທະບຽນບັນຊີນັ້ນໆ.

ຖ້າຫາກທ່ານໄດ້ເປີດຕິດຕໍ່ເພື່ອນ ແລ້ວເກີດກໍລະນີທີ່ທ່ານບໍ່ສາມາດເຂົ້າບັນຊີບໍ່ໄດ້ ( Choose friends to contact if you get locked out ) ໃນຕັ້ງຄ່າ, ທ່ານສາມາດເລືອກໃຊ້ຟັງຊັນນີ້ ເພື່ອກູ້ບັນຊີທ່ານໄດ້ເຊັ່ນກັນ ເຊິ່ງຟັງຊັນຄວາມປອດໄພດັ່ງກ່າວສາມາດເລືອກເພື່ອນ 3 – 5 ຄົນ ເພື່ອທີ່ຈະຊ່ວຍໃຫ້ທ່ານສາມາດກັບເຂົ້າບັນຊີຄືນໄດ້.

+ເປີດຟັງຊັນ Forgotten account:

ສຳລັບວິທີເປີດໃຊ້ຟັງຊັນນີ້ ໃຫ້ເລືອກ ລືມບັນຊີ? ( Forgotten account? ) ໃນໜ້າເຂົ້າສູ່ລະບົບແລ້ວຄົ້ນຫາບັນຊີຂອງທ່ານໂດຍການປ້ອນຂໍ້ມູນອີເມລ ຫຼື ເບີໂທທີ່ໃຊ້ໃນການລົງທະບຽນ. ຫຼັງຈາກທີ່ຊອກເຫັນແລ້ວທ່ານສາມາດພິມຊື່ຂອງເພື່ອນຄົນໜຶ່ງໃນ 3 – 5 ຄົນ ທີ່ເລືອກໄວ້ນັ້ນ, ເຊິ່ງຜູ້ນັ້ນຈະຖືກມີການແຈ້ງເຕືອນ ແລະ ກໍຈະມີ Link ປາກົດຂຶ້ນມາເພື່ອໃຫ້ເຂົາພຽງຜູ້ດຽວເຂົ້າໄດ້. ພາຍຫຼັງທີ່ເພື່ອນຜູ້ນັ້ນໄດ້ເຂົ້າ Link ແລ້ວ ເຂົາກໍຈະໄດ້ລະຫັດກູ້ບັນຊີຂອງທ່ານເພື່ອຊ່ວຍທ່ານກັບຄືນເຂົ້າບັນຊີໄດ້.

+ປ່ຽນລະຫັດ:

ພາຍຫຼັງທີ່ທ່ານສາມາດກູ້ບັນຊີຄືນໄດ້ສຳເລັດແລ້ວ ມັນຍິ່ງສຳຄັນຕໍ່ຄວາມປອດໄພຂອງບັນຊີທ່ານ ຖ້າຫາກວ່າທ່ານປ່ຽນລະຫັດເຂົ້າບັນຊີ ຫຼື ເປີດໃຊ້ການຢັ້ງຢືນຕົວຕົນຜ່ານ 2 ຂັ້ນຕອນ ( Two-factor authentication 2FA ) ໃນຄວາມປອດໄພ ແລະ ການເຂົ້າລະບົບໃນການຕັ້ງຄ່າ. ພ້ອມກັນນັ້ນ, ເຟສບຸ໊ກກໍແນະນໍາໃຫ້ລຶບແອັບພລິເຄຊັນ ທີ່ມີຄວາມສ່ຽງຕໍ່ຂໍ້ມູນໃນບັນຊີເຟສບຸ໊ກຂອງທ່ານ ໂດຍການເຂົ້າໄປທີ່ແອັບ ແລະ ເວັບໄຊ ( Apps and Websites ) ໃນການຕັ້ງຄ່າ ແລະ ກວດເບິ່ງແອັບທີ່ທ່ານບໍ່ໄດ້ໃຊ້ແລ້ວ ຫຼື ແອັບທີ່ທ່ານບໍ່ຄຸ້ນເຄີຍກໍຄວນລຶບອອກຈາກລາຍການ.

ຄຽງຄູ່ກັນນັ້ນ, ພວກເຮົາຍັງແນະນຳໃຫ້ທ່ານແຈ້ງເຕືອນເພື່ອນຂອງທ່ານໃນກໍລະນີທີ່ ບັນຊີຂອງທ່ານມີບັນຫາ ແລະ ແນະນຳບໍ່ໃຫ້ເຂົາເຂົ້າໄປ link ຫຼື ໂພສ ທີ່ສົ່ງຫາເຂົາຈາກບັນຊີຂອງທ່ານໃນໄລຍະນັ້ນ.

+ລົງທະບຽນແຈ້ງເຕືອນ:

ທ່ານສາມາດລົງທະບຽນແຈ້ງເຕືອນ ຖ້າຫາກພົບເຫັນການເຂົ້າບັນຊີທີ່ຜິດປົກກະຕິ ( Get alerts about unrecognized logins ) ໃນໜ້າຄວາມປອດໄພ ແລະ ການເຂົ້າສູ່ລະບົບໃນການຕັ້ງຄ່າບັນຊີເຟສບຸ໊ກຂອງທ່ານ. ຫຼັງເລືອກແລ້ວເຟສບຸ໊ກຈະມີການແຈ້ງເຕືອນ ຫາກວ່າມີການເຂົ້າສູ່ລະບົບບັນຊີຂອງທ່ານຜ່ານອຸປະກອນ ຫຼື browser ອື່ນທີ່ທ່ານບໍ່ໄດ້ໃຊ້ເປັນປະຈໍາ ແລະ ແນະນຳຂັ້ນຕອນການເພີ່ມຄວາມຄຸ້ມກັນໃຫ້ແກ່ບັນຊີຂອງທ່ານ.

ໃນເມື່ອມີຄົນ log-in ເຂົ້າລະບົບບັນຊີຂອງທ່ານຈາກທີ່ຢູ່ IP ທີ່ຕ່າງເກົ່າ ພ້ອມກັບຕົວທ່ານເອງ, ເຟສບຸ໊ກຈະກໍໃຫ້ເກີດການກວດສອບທາງສັງຄົມ ( Social Verification ) ເຊິ່ງຮູບພາບຂອງໝູ່ສະໜິດຈະປາກົດຂຶ້ນ ເພື່ອໃຫ້ຜູ້ເຂົ້າບັນຊີນັ້ນຢັ້ງຢືນ ຄວາມເປັນເຈົ້າຂອງບັນຊີ ໂດຍການຈັບຄູ່ຊື່ຂອງເພື່ອນ ແລະ ຮູບທີ່ສະແດງ.

ສິ່ງທີ່ຄວນເອົາໃຈໃສ່: ພວກເຮົາບໍ່ຮູ້ວ່າພວກແຮັກເກີ້ມັນຈະເຮັດຕອນໃດ ເພາະມັນອາໄສຢູ່ທຸກຫົນທຸກແຫ່ງ ແລະ ຈຸດອ່ອນຂອງລະບົບກໍເກີດຂຶ້ນ ພ້ອມວິວັດທະນາການຂອງການເຄື່ອນໄຫວໃນໂລກອອນລາຍໃນແອັບພລິເຄຊັນ ແລະ ແພຼັດຟອມຕ່າງໆພ້ອມກັບເຟສບຸ໊ກ. ສະນັ້ນ, ຈຶ່ງຈຳເປັນໃຫ້ທ່ານຕ້ອງມີການລະມັດລະວັງ ແລະ ເບິ່ງແຍງຄວາມປອດໄພຂອງບັນຊີຢ່າງຕໍ່ເນື່ອງ ເເລະ ເຂົ້າໃຈຂັ້ນຕອນຕ່າງໆທີ່ຕ້ອງປະຕິບັດ ຫາກວ່າບັນຊີຖືກແຮັກ.