ຂະແໜງທ່ອງທ່ຽວອັດຕະປື ເກືອບ 100 ແຫ່ງ ໄດ້ຮັບຜົນກະທົບຈາກໂຄວິດ

142

ແຂວງອັດຕະປື ຕັ້ງເປົ້າດຶງດູດເອົານັກທ່ອງທ່ຽວເຂົ້າມາແຂວງທັງໝົດ 1,7 ພັນຄົນ ໂດຍຄາດຄະເນລາຍຮັບ 63,25 ຕື້ກີບ ແຕ່ເມື່ອປະເຊີນກັບສະພາບການລະບາດຂອງໂຄວິດ – 19 ເຮັດໃຫ້ 6 ເດືອນຕົ້ນປີ ມີນັກທ່ອງທ່ຽວເຂົ້າມາພຽງແຕ່ 35.819 ຄົນ ທຽບໃສ່ແຜນການປີບັນລຸໄດ້ພຽງ 21,07%.

ທ່ານ ນາງ ບຸນນາມ ບຸນນະແສງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ຕໍ່ສື່ມວນຊົນໃນວັນທີ 8 ກໍລະກົດຜ່ານມາວ່າ: ສະພາບການທ່ອງທ່ຽວພາຍໃນແຂວງກັບການດໍາລົງຊີວິດແບບໃໝ່ທີ່ບໍ່ປົກກະຕິ ໄດ້ເຮັດໃຫ້ຫຼາຍໜ່ວຍງານໄດ້ຮັບຜົນກະທົບ ໂດຍສະເພາະໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວເກືອບ 100 ແຫ່ງໄດ້ປິດບໍລິການ ເຮັດໃຫ້ຕົວເລກນັກທ່ອງທ່ຽວ 3 ເດືອນຕົ້ນປີ 2020 ຫຼຸດລົງຫຼາຍທຽບໃສ່ແຜນການປີ ບັນລຸໄດ້ພຽງ 13,84%, ໃນນີ້ນັກທ່ອງທ່ຽວພາຍໃນຫຼຸດລົງ 30% ແລະ ນັກທ່ອງທ່ຽວຕ່າງປະເທດຫຼຸດລົງ 90%.

ທ່ານ ນາງ ບຸນນາມ ບຸນນະແສງ ກ່າວຕື່ມວ່າ: ໃນປີ 2020 ແຂວງອັດຕະປືຕັ້ງເປົ້າດຶງດູດເອົານັກທ່ອງທ່ຽວເຂົ້າມາແຂວງທັງໝົດ 170.000 ຄົນ ໂດຍຄາດຄະເນການມີລາຍຮັບຈາກນັກທ່ອງທ່ຽວທີ່ເຂົ້າມາແຂວງເຖິງ 63,25 ຕື້ກີບ ແຕ່ເມື່ອປະເຊີນກັບສະພາບການລະບາດຂອງໂຄວິດ – 19 ມາຮອດ 6 ເດືອນຕົ້ນປີ ມີນັກທ່ອງທ່ຽວເຂົ້າມາພຽງແຕ່ 35.819 ຄົນ ທຽບໃສ່ແຜນການປີບັນລຸໄດ້ພຽງ 21,07%.

ເພື່ອແກ້ໄຂຜົນກະທົບດັ່ງກ່າວ ພາຍຫຼັງມີການຜ່ອນຜັນຂອງຄະນະສະເພາະກິດພະແນກ ຖວທ ແຂວງຍັງຈະສືບຕໍ່ໂຄສະນາການຕ້ານ ແລະ ສະກັດກັ້ນໂຄວິດ – 19 ຊຸກຍູ້ຕິດຕາມຫົວໜ່ວຍທຸລະກິດທ່ອງທ່ຽວທີ່ຢູ່ໃນບັນຊີທີ່ລັດຖະບານອະນຸຍາດເປີດ ໂດຍອະນຸຍາດໃຫ້ເປີດບໍລິການ ແຕ່ຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ ເປັນຕົ້ນປະຕິບັດໄລຍະຫ່າງ 1 ແມັດ, ມີບ່ອນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ, “ ທ່ານ ນາງ ບຸນນາມ ບຸນນະແສງ ກ່າວ ”.

ທ່ານ ນາງ ບຸນນາມ ບຸນນະແສງ ກ່າວຕື່ມວ່າ: ໂດຍປະຕິບັດຕາມນະໂຍບາຍຂອງລັດຖະບານ ໃນການກະຕຸ້ນການທ່ອງທ່ຽວຫຼັງໂຄວິດ – 19 ຜ່ອນຄາຍລົງຄືນະໂຍບາຍ “ ລາວທ່ຽວລາວ ” ໂດຍກຳນົດເອົາການຈັດງານບຸນປະເພນີໃນແຕ່ລະທ້ອງຖິ່ນຂອງແຕ່ລະເມືອງ ຄື: ເມືອງສາມັກຄີໄຊ ກຳນົດເອົາບຸນປະເພນີຊ່ວງເຮືອອອກພັນສາ; ເມືອງໄຊເສດຖາ ກຳນົດເອົາບຸນນະມັດສະການພະເຈົ້າໄຊຍະເສດຖາທິຣາດ; ເມືອງພູວົງ ກຳນົດເອົາບຸນປະເພນີຂອງຊົນເຜົ່າເບຣົາ ຄືບຸນບຣະວຽງ; ເມືອງຊານໄຊ ກຳນົດເອົາບຸນກິນເຂົ້າໃໝ່ຂອງຕະຫຼຽງ ແລະ ເມືອງສະໜາມໄຊ ກຳນົດເອົາບຸນປະເພນີໄຂປະຕູເລົ້າຂອງເຜົ່າໂອຍ.