ຜັກປອດສານພິດ ຍັງເປັນທີ່ຕ້ອງການຫຼາຍຂອງຕະຫຼາດທົ່ວໄປ

269

ປັດຈຸບັນນີ້, ສັງຄົມໃຫ້ ຄວາມສໍາຄັນກ່ຽວກັບສຸຂະພາບຫຼາຍຂຶ້ນ ໂດຍສະເພາະແມ່ນການບໍລິໂພກໃນແຕ່ລະຄາບເຂົ້າ ກໍຕ້ອງເນັ້ນປະເພດອາຫານສົດໃໝ່ ແລະ ຫາກເປັນປະເພດພືດຜັກກໍແມ່ນຜັກປອດສານພິດທີ່ສາມາດນໍາມາຮັບປະທານໄດ້ເລີຍທີ່ສົດຈາກສວນຄົວ ຫຼື ຊື້ນໍາຕະຫຼາດນັດກະສິກຳທີ່ມີຜັກປອດສານພິດ. ສະນັ້ນ, ຈຶ່ງເປັນໂອກາດດີໃຫ້ກັບຜູ້ປະກອບການທີ່ມີທ່າແຮງເຮັດທຸລະກິດດ້ານນີ້ຫຼາຍຂຶ້ນ ຍ້ອນຄວາມຕ້ອງການຂອງຕະຫຼາດເພີ່ມສູງຂຶ້ນ ໂດຍສະເພາະແມ່ນຜັກປອດສານພິດທີ່ສັງຄົມໃຫ້ຄວາມນິຍົມຊື້ຫຼາຍກວ່າພືດຜັກທົ່ວໄປ.

ພາບປະກອບຂ່າວເທົ່ານັ້ນ

ເມື່ອເວົ້າເຖິງຜັກປອດສານພິດຫຼາຍຄົນກໍຄົງຈະເຄີຍໄດ້ຍິນທີ່ມາຈາກບັນດາໝູ່ບ້ານໃນເມືອງປາກງື່ມ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ເຂົາເຈົ້າເນັ້ນປູກຜັກປອດສານພິດ ແລະ ມີຕະຫຼາດຈໍາໜ່າຍຢ່າງຄັກແນ່ ຈຶ່ງເປັນເຮັດໃຫ້ພືດຜັກດັ່ງກ່າວກຳລັງເປັນທີ່ນິຍົມບໍລິໂພກຢ່າງກວ້າງ ຂວາງ ແລະ ໄດ້ມີການສົ່ງເສີມຜູ້ປູກຢ່າງຖືກວິທີ ອັນເຮັດໃຫ້ປະຊາຊົນມີອາຊີບເສີມທີ່ໝັ້ນຄົງ ທັງເປັນການສ້າງວຽກເຮັດງານທຳໄດ້ຫຼາຍສົມຄວນ.

ພາບປະກອບຂ່າວເທົ່ານັ້ນ

ຕໍ່ກັບປະເດັນນີ້, ທ່ານ ນາງ ຂັນທະລີ ແສງສຸລິເດດ ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດ ແກ້ວທະວີຄູນເພີ່ມພູນຊັບ ຂາອອກ – ຂາເຂົ້າ ຈຳກັດຜູ້ດຽວ ໃຫ້ທັດສະນະວ່າ: ຕົນເອງໄດ້ມີຄວາມມັກໃນການເຮັດທຸລະກິດກະສິກຳປອດສານພິດມາແຕ່ດົນແລ້ວ ແລະ ເມື່ອມີທຶນຮອນຈໍານວນໜຶ່ງ ຕົນເອງຈຶ່ງຕັດສິນໃຈລາອອກຈາກການເປັນພະນັກງານສັງກັດລັດກ່ອນຈະກ້າວສູ່ການເປັນກະສິກອນຢ່າງເຕັມຕົວ; ບາດກ້າວທໍາອິດແມ່ນເລີ່ມຈາກການປູກຜັກຢູ່ເຂດປາກຊ່ອງ ແຂວງຈຳປາສັກ ປ້ອນໃຫ້ບໍລິສັດປາກຊ່ອງ ພັດທະນາ ຂາເຂົ້າ – ຂາອອກ ຈຳກັດ ເປັນບໍລິສັດແມ່ເຮັດສັນຍາສອງສົ້ນ ( Contract Framing ) ການສົ່ງອອກກະສິກຳໃຫ້ກັບຈັງຫວັດອຸບົນຣາຊທານີ ຣາຊະອານາຈັກໄທ ເຊິ່ງເປັນປະເທດໄທ ທີ່ມີຊາຍແດນຕິດຈອດກັບລາວເຮົາ.

ພາບປະກອບຂ່າວເທົ່ານັ້ນ

ເມື່ອປູກຜັກມາຫຼາຍປີ ຕົນເອງຈຶ່ງມີບົດຮຽນ ແລະ ປະສົບການຕົວຈິງຫຼາຍສົມຄວນ ຈຶ່ງເຫັນໂອກາດທຸລະກິດດ້ານນີ້ແລ້ວມາຕັ້ງເປັນບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາ ອອກ – ຂາເຂົ້າ ຈຳກັດຜູ້ດຽວ ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍມີກຸ່ມສະມາຊິກທີ່ເປັນປະຊາຊົນບ້ານທ່າຊ້າງ ເມືອງປາກງື່ມ ເປັນຜູ້ຜະລິດແລ້ວສະໜອງໃຫ້ບໍລິສັດ ເຊິ່ງມີສະຖານທີ່ຈຳໜ່າຍໃກ້ກັບ 4 ແຍກໄຟແດງໜອງບອນ ເມືອງໄຊເສດຖາ ອາທິດລະ 2 ຄັ້ງ ຮ່ວມກັບສະມາຊິກກຸ່ມອື່ນໆ.

ພາບປະກອບຂ່າວເທົ່ານັ້ນ

ສໍາລັບປະເພດຜັກປອດສານພິດທີ່ນໍາມາວາງຈຳໜ່າຍ ໄດ້ແກ່: ຜັກກາດ, ຜັກສະຫຼັດ, ຜັກບົ່ວ, ຫົວກະຫຼົດ, ຜັກກະລ່ຳ ແລະ ພືດຜັກອື່ນໆ ຈົນເປັນທີ່ຮູ້ຈັກທີ່ນັບມື້ເພີ່ມຂຶ້ນຂອງຜູ້ບໍລິໂພກໃນນະຄອນຫຼວງວຽງຈັນ ເຮັດໃຫ້ສະມາຊິກບາງຄອບຄົວມີລາຍຮັບອາທິດລະ 2 – 3 ລ້ານກີບ ໂດຍອີງຕາມເນື້ອທີ່ປູກຕົວຈິງ ແລະ ມີຫຼາຍຄອບຄົວພົບກັບການປ່ຽນແປງຂອງຊີວິດໃໝ່ທີ່ດີຂຶ້ນ.

ພາບປະກອບຂ່າວເທົ່ານັ້ນ

ຄຽງຄູ່ກັນນັ້ນ, ການປູກຜັກປອດສານພິດກໍໄດ້ຮັບການຊຸກຍູ້ສົ່ງເສີມຈາກພາກລັດ ແລະ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກຫຼາຍສົມຄວນ ຈຶ່ງມີຄວາມເປັນໄປໄດ້ສູງວ່າການສົ່ງເສີມກະສິກຳອິນຊີ ຫຼື ຜັກປອດສານພິດເຫຼົ່ານີ້ຈະເກີດຂຶ້ນຢູ່ຫຼາຍທ້ອງຖິ່ນແນ່ນອນ. ຂະນະທີ່ລາຄາຍັງເປັນອຸປະສັກພໍສົມຄວນ ເພາະຜັກອິນຊີຍັງມີລາຄາສູງກວ່າຜັກຕາມທ້ອງຕະຫຼາດທົ່ວໄປ ແລະ ມີການແຍກຂາຍກັບຜັກທົ່ວໄປນໍາອີກ.