ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ( ສປນວ ) ຊຸດທີ I ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຂອງ ນວ. ພ້ອມຊີ້ແຈງບັນຫາການຄຸ້ມຄອງ ຮ້ານອິນເຕີເນັດຄາເຟ່, ບັນຫາການຄຸ້ມຄອງ ແລະ ກວດກາການຂຸດຄົ້ນແຮ່ທາດ, ດູດຫີນ – ຊາຍ.
ວັນທີ 10 ກໍລະກົດ 2020 ທີ່ສໍານັກງານອົງການປົກຄອງ ນວ, ທ່ານ ສາລະພິດ ສູນວໍລະວົງ ຄະນະປະຈຳ, ເລຂາທິການ ສປນວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຈະໄດ້ດຳເນີນຂຶ້ນໃນລະຫວ່າງວັນທີ 15 – 17 ກໍລະກົດ 2020 ( ເປັນເວລາ 3 ວັນ ລັດຖະການ ) ທີ່ຫ້ອງປະຊຸມສໍານັກງານອົງການປົກຄອງ ນວ ເພື່ອພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆ ດັ່ງນີ້:
1). ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນ ທ້າຍປີ 2020 ຂອງນະຄອນຫຼວງ ( ເຊິ່ງລວມໄປເຖິງຜົນກະທົບຕໍ່ເສດຖະກິດ – ສັງຄົມ ຈາກການລະບາດຂອງພະຍາດໂຄວິດ – 19 ).
2). ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍການກຳນົດຂອບເຂດ ແລະ ຮັບຮອງລາຄາທົດແທນຄ່າເສຍຫາຍໃຫ້ຜູ້ຖືກຜົນກະທົບຈາກໂຄງການພັດທະນາທ່າບົກ – ທ່ານາແລ້ງ ແລະ ເຂດໂລຈິສ ຕິກ ນວ ( ແບບຄົບວົງຈອນ ).
3). ຮ່າງຂໍ້ຕົກລົງວ່າດ້ວຍການກຳນົດຂອບເຂດ ແລະ ປະເມີນຫົວໜ່ວຍລາຄາທົດແທນຄ່າເສຍຫາຍ ຕໍ່ຜູ້ຖືກຜົນກະທົບຈາກໂຄງການກໍ່ສ້າງສາຍສົ່ງໄຟຟ້າ 230 ກິໂລໂວນ ຂອງລັດວິສາຫະກິດໄຟຟ້າລາວ ແຕ່ສະຖານີນາບົງ ເມືອງປາກງື່ມ ຫາ ສະຖານີດົງໂພສີ ເມືອງຫາດຊາຍຟອງ ນວ.
4). ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງບຸກຄະລາກອນບາງຕຳແໜ່ງຂອງອົງການປົກຄອງ ນວ.
5). ພິຈາລະນາ ແລະ ຮັບ ຮອງເອົາບົດລາຍງານຜົນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2020 ຂອງສະພາປະຊາຊົນ ນວ.
ພ້ອມກັນນັ້ນ, ກອງປະຊຸມຈະໄດ້ຮັບຟັງການຊີ້ແຈງບາງບັນຫາສໍາຄັນຈາກອົງການປົກຄອງ ນວ ເປັນຕົ້ນແມ່ນ: ບັນຫາການຄຸ້ມຄອງຮ້ານອິນເຕີເນັດຄາເຟ່ ຈະມີວິທີການ, ມາດຕະການແກ້ໄຂແນວໃດ; ບັນຫາການຄຸ້ມຄອງ ແລະ ກວດກາການຂຸດຄົ້ນແຮ່ທາດ, ດູດຫີນ – ຊາຍ ໃນ ນວ; ຊີ້ແຈງກ່ຽວກັບການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານ; ຊີ້ແຈງກ່ຽວກັບຈັນຍາບັນຂອງຜູ້ພິພາກສາ ແລະ ພະນັກງານວິຊາການຂອງສານ ແລະ ຊີ້ແຈງກ່ຽວກັບບັນຫາການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ກ່ຽວກັບການຮິບຊັບ ແລະ ຮິບວັດຖຸສິ່ງຂອງທີ່ໄດ້ມາຈາກການກະທຳຜິດ ໄລຍະຕົ້ນປີ 2020 ແລະ ບາງບັນຫາພົ້ນເດັ່ນທີ່ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນ ນວ ໄດ້ຍົກຂຶ້ນໃນກອງປະຊຸມອີກຈຳນວນໜຶ່ງ.
ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ – ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕຳຫຼວດ, ຕະຫຼອດຮອດພໍ່ແມ່ປະ ຊາຊົນບັນດາເຜົ່າໃນທົ່ວປະເທດ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ຈົ່ງໃຫ້ການຕິດຕາມ. ພ້ອມນັ້ນ, ສາມາດມີຄໍາເຫັນ ຫຼື ຄຳສະເໜີ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ( ໝາຍເລກໂທລະສັບ 021 260 242 ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ດ້ວຍ.