ຫວຽດນາມ-ຈີນ ກຽມເປີດບໍລິການຖ້ຽວບິນຄືນໃໝ່

56

ສຳນັກຂ່າວຣອຍເຕີ ລາຍງານວ່າ: ສສ ຫວຽດນາມ ແລະ ສປ ຈີນ ໄດ້ເຫັນດີໃນເບື້ອງຕົ້ນໃນການເປີດຖ້ຽວບິນ ເພື່ອບໍລິການນັກທ່ອງທ່ຽວລະຫວ່າງສອງປະເທດ, ຫຼັງຈາກທີ່ຫວຽດນາມໄດ້ສັ່ງໂຈະຖ້ຽວບິນໄປຈີນ ແລະ ຢຸດຕິການອອກວີຊາທ່ອງທ່ຽວສຳລັບນັກທ່ອງທ່ຽວຈີນ ແລະ ນັກທ່ອງທ່ຽວຊາວຕ່າງປະເທດມາແຕ່ເດືອນກຸມພາຜ່ານມາ.

ໂດຍກະຊວງຄົມມະນາຄົມຂອງຫວຽດນາມ ເປີດເຜີຍເຖິງເລື່ອງດັ່ງກ່າວວ່າ ຈະໃຫ້ກົມການບິນພົນລະເຮືອນຂອງສອງປະເທດເປັນຜູ້ກຳນົດວັນເວລາເປີດບໍລິການຖ້ຽວບິນຄືນໃໝ່ ລວມທັງຈຳນວນຖ້ຽວບິນຕໍ່ອາທິດ.

ການກັບມາເປີດຖ້ຽວບິນຄືນໃໝ່ ມີຂຶ້ນຫຼັງຈາກທີ່ຫວຽດນາມບໍ່ພົບຜູ້ຕິດເຊື້ອໃໝ່ເປັນເວລາເກືອບ 3 ເດືອນແລ້ວ ແລະ ບັນດາຫົວໜ່ວຍທຸລະກິດຂອງຫວຽດນາມ ໄດ້ເປີດດຳເນີນກິດຈະການຄືນໃໝ່ມາໄລຍະໜຶ່ງແລ້ວ ຫຼັງຈາກທີ່ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ ໂດຍຫວຽດນາມມີຜູ້ຕິດເຊື້ອສະສົມ 372 ຄົນ ແຕ່ບໍ່ມີຜູ້ເສຍຊີວິດ.