ສົ່ງເຈົ້າກັບບ້ານ! ເມືອງທົ່ງມີໄຊ ປ່ອຍເສືອທີ່ເຄີຍໄດ້ຮັບບາດເຈັບ ກັບປ່າ ຫຼັງປິ່ນປົວຫາຍດີ

192

ເມືອງທົ່ງມີໄຊ ຈັດພິທີປ່ອຍສັດປ່າເປັນຕົ້ນ ເສືອ, ແລນ ແລະ ນົກຮຸ້ງ ກັບຄືນສູ່ທໍາມະຊາດ ຫຼັງໄດ້ຮັບການປິ່ນປົວຫາຍດີ ເນື່ອງຈາກສັດເຫຼົ່ານີ້ໄດ້ຮັບບາດເຈັບ ແລະ ມີສຸຂະພາບບໍ່ແຂງແຮງ, ໂດຍນໍາມາປ່ອຍຄືນຢູ່ເຂດປ່າສະຫງວນແຫ່ງຊາດນໍ້າປຸ໋ຍ ເມືອງທົ່ງມີໄຊ ແຂວງໄຊຍະບູລີ.

ເນື່ອງໃນໂອກາດ ວັນອານຸລັກ ສັດນ້ຳ-ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ ດັ່ງນັ້ນ, ໃນວັນທີ 13 ກໍລະກົດ 2020, ຢູ່ເຂດປ່າສະຫງວນແຫ່ງຊາດ ນ້ຳປຸ໋ຍ ເຂດເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ມີການປຶກສາຫາລື ເພື່ອນໍາສັດປ່າກັບຄືນທໍາມະຊາດ ໂດຍການນໍາພາຂອງ ທ່ານ ຈັນທອນ ໂພທິໄຕ ຮອງຫົວໜ້າພະແນກຄຸ້ມຄອງສັດນ້ຳ ແລະ ສັດປ່າ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສີສະຫວັນ ສຸກສະຫວັນ ຮອງເຈົ້າເມືອງທົ່ງມີໄຊ ພ້ອມດ້ວຍຄະນະ ແລະ ມີພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍການປຶກສາຫາລືໃນຄັ້ງນີ້ ມີຈຸດປະສົງເພື່ອນຳເອົາສັດປ່າ ຈຳນວນ 4 ໂຕຄື: ເສືອແມວ 2 ໂຕ, ແລນ 1 ໂຕ ແລະ ນົກຮຸ້ງ 1 ໂຕ ປ່ອຍຄືນສູ່ທຳມະຊາດ, ຫຼັງຈາກທີ່ພວກມັນໄດ້ຮັບບາດເຈັບ, ມີສຸຂະພາບບໍ່ແຂງແຮງ ແລ້ວພາກສ່ວນກ່ຽວຂ້ອງໄດ້ນຳເອົາໄປປິ່ນປົວ ແລະ ມາຮອດຕອນນີ້ເຫັນວ່າສັດດັ່ງກ່າວມີສຸຂະພາບແຂງແຮງສົມບູນດີ ຈື່ງໄດ້ນຳມາປ່ອຍຄືນສູ່ທຳມະຊາດຢູ່ເຂດປ່າສະຫງວນແຫ່ງຊາດນ້ຳປຸ໋ຍຂອງເມືອງທົ່ງມີໄຊ.

ຂໍ້ມູນຈາກ: ທົ່ງມີໄຊວັນໃໝ່