ພະນັກງານຕຳແໜ່ງບໍລິຫານລະດັບສູງ ໄດ້ຮຽນຮູ້ການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ

174

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ເປີດຊຸດຝືກອົບຮົມວຽກງານການຄຸ້ມຄອງວິທະຍາສາດ ແລະ ເຕັກໂນສໂລຊີ ສຳລັບພະນັກງານຕຳແໜ່ງບໍລິຫານລະດັບສູງ (ປະເພດ 3)ໃນວັນທີ 13 ກໍລະກົດຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ບັນດາຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.


ຈຸດປະສົງຂອງການຝຶກອົບຮົມດັ່ງກ່າວ ແມ່ນເພື່ອຖ່າຍທອດຄວາມຮູ້ກ່ຽວກັບ ການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ສ້າງທັກສະໃນການນຳພາວຽກງານ ທັງເປັນການຍົກລະດັບຄວາມຮູ້-ຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ມອບໝາຍ ແນໃສ່ເຮັດໃຫ້ໄດ້ຮຽນຮູ້ ແລະ ເພີ່ມຄວາມເຂົ້າໃຈ ດ້ານທິດສະດີ, ຫຼັກການ ແລະ ແຜນພັດທະນາ ກ່ຽວກັບວຽກງານການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ.


ຊຸດຝຶກອົບຮົມໃນຄັ້ງນີ້ມີທັງໝົດ 16 ຫົວຂໍ້ຄື: ການຄຸ້ມຄອງລັດວຽກງານວິທະຍາສາດ ແລະ ລັງສີ-ນິວເຄຼຍ, ການຄຸ້ມຄອງວຽກງານ ແຜນການວິທະຍາສາດ ແລະ ເຕັກໂນໂລຊີ, ການຄຸ້ມຄອງລັດ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ, ການຄຸ້ມຄອງລັດ ກ່ຽວກັບມາດຕະຖານ ແລະ ວັດແທກ, ການຄຸ້ມຄອງຊັບພະຍາກອນມະນຸດ ໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ, ການຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີຢູ່ທ້ອງຖິ່ນ, ທ່າແຮງບົມຊ້ອນຂອງວິທະຍາສາດ ແລະ ເຕັກໂນໂລຊີ, ການຄຸ້ມຄອງລັດ ກ່ຽວກັບວຽກງານເຕັກໂນໂລຊີດິຈິຕ໋ອນ, ການຄຸ້ມຄອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ການຄຸ້ມຄອງລັດ ກ່ຽວກັບວຽກງານຊັບສິນທາງປັນຍາ, ວຽກງານຄົ້ນຄວ້າ ນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ວຽກງານການຄົ້ນຄວ້າ ພະລັງງານທົດແທນ ແລະ ວັດສະດຸໃໝ່, ວຽກງານການຄົ້ນຄວ້າ ເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ, ວຽກງານກວດກາລັດ ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການຮຽນຮູ້ການເປັນຜູ້ນຳ.


ເຊິ່ງນຳສະເໜີໂດຍຫົວໜ້າຫ້ອງການ, ກົມ, ສະຖາບັນ ພາຍໃນກະຊວງ ທີ່ລ້ວນແຕ່ເປັນຜູ້ທີ່ມີບົດຮຽນ ແລະ ປະສົບການ ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ທີ່ຈະຖ່າຍທອດຄວາມຮູ້ໃຫ້ແກ່ນັກສຳມະນາກອນ ສຳລັບວຽກງານການຄຸ້ມວິທະຍາສາດ ແລະ ເຕັກໂນໂລຊີ ໃນປັດຈຸບັນ ແລະ ຕໍ່ໜ້າ.


ໃນໂອກາດດຽວກັນນີ້, ທ່ານ ລັດຖະມົນຕີ ກໍໄດ້ຂຶ້ນບັນລະຍາຍໃນຫົວຂໍ້ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງໂລກ ແລະ ຂອງ ສປປ ລາວ ໂດຍສະເພາະແມ່ນການປະຕິວັດອຸດສາຫະກຳ ຄັ້ງທີ 4 ທີ່ເປັນກາລະໂອກາດ ແລະ ສິ່ງທ້າທາຍສຳລັບ ສປປ ລາວ. ຊຶ່ງທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງການປະຕິວັດອຸດສາຫະກຳ ໃນແຕ່ລະໄລຍະ, ຜົນສະທ້ອນຂອງຍຸກອຸດສາຫະກຳ 4.0, ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງບັນດາປະເທດໃນໂລກ, ບາດກ້າວການພັດທະນາສູ່ຍຸກອຸດສາຫະກຳ 4.0 ຂອງບັນດາປະເທດອາຊຽນ, ບັນຫາປັດໃຈພື້ນຖານເພື່ອຮອງຮັບອຸດສາຫະກຳ 4.0 ຂອງ ສປປ ລາວ ແລະ ມາດຕະການສຳລັບ ສປປ ລາວ ເພື່ອຮັບຮອງການປະຕິວັດອຸດສາຫະກຳ ຄັ້ງທີ 4.


ຊຸດຝຶກອົບຮົມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 5 ວັນ ນັບຕັ້ງແຕ່ວັນທີ 13-18 ກໍລະກົດ 2020.

ຂ່າວ: ໜັງສືພິມວິທະຍາສາດ ແລະການພັດທະນາ