ແກ້ໄຂໄປກ່ອນ! ລັດມອບ 30 ລ້ານກີບແກ້ໄຂສຸກເສີນເຫດນໍ້າໄຫຼຊຸຢູ່ບ້ານນໍ້າແອ່ງ

321

ຈາກເຫດການນໍ້າຖ້ວມໄຫຼຊຸ ເຂດບ້ານນໍ້າແອ່ງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ເມື່ອວັນທີ 12 ກໍລະກົດ 2020 ທີ່ຜ່ານມາ ເປັນເຫດເຮັດໃຫ້ບ້ານເຮືອນ, ຊັບສິນຂອງປະຊາຊົນເສຍຫາຍຢ່າງຫຼວງຫຼາຍ, ຫຼ້າສຸດ ລັດຍື່ນມືເຂົ້າມາບັນເທົາທຸກກ່ອນ ດ້ວຍການມອບເງິນແກ້ໄຂສຸກເສີນ ຈໍານວນ 30 ລ້ານກີບ ແກ່ປະຊາຊົນໃນບ້ານດັ່ງກ່າວ ຂະນະດຽວກັນກໍ່ໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆໃນສັງຄົມນໍາອີກ.

ໃນວັນທີ 13 ກໍລະກົດ 2020 ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ຮອງປະທານຜູ້ປະຈຳການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ລົງຕິດຕາມພື້ນທີ່ຕົວຈິງທີ່ຖືກນໍ້າໄຫລຊຸ ເຮືອນຊານບ້ານຊ່ອງ ແລະ ໄຮ່ນາຕາກ້າ ຂອງພໍ່ແມ່ປະຊາຊົນ ຢູ່ບ້ານນໍ້າແອ່ງ ເມືອງວຽງພູຄາ ແຂວງຫລວງນໍ້າທາ, ພ້ອມທັງໄດ້ຕາງໜ້າ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ມອບເງິນສົດຈຳນວນ 30 ລ້ານກີບ ແລະ ເຄື່ອງອຸປະໂພກ, ບໍລິໂພກຈຳນວນໜຶ່ງ ໃຫ້ພໍ່ແມ່ປະຊາຊົນ ເພື່ອແກ້ໄຂສຸກເສີນເບື້ອງຕົ້ນ.

ຕາມການລາຍງານຂອງ ທ່ານ ຕຽງສະໝອນ ພອນປະເສີດ ເຈົ້າເມືອງວຽງພູຄາ ໃຫ້ຮູ້ວ່າ: ວັນທີ 12 ກໍລະກົດ 2020 ໄດ້ເກີດມີຝົນຕົກໜັກ ເຮັດໃຫ້ປະລິມານນໍ້າຝົນຫລາຍພາໃຫ້ເກີດນໍ້າຖ້ວມ, ດິນເຊາະເຈື່ອນ ເຂດບ້ານນໍ້າແອ່ງ ໄດ້ຮັບຄວາມເສຍຫາຍ ຈາກການເກັບກຳຂໍ້ມູນເບື້ອງຕົ້ນ ເຮືອນຖືກນໍ້າຖ້ວມ 51 ຫລັງ, ນໍ້າໄຫລຊຸເຮືອນ 2 ຫລັງ, ເລົ້າເຂົ້າ 2 ຫລັງ, ລົດໃຫຍ່ເສຍຫາຍ 1 ຄັນ, ລົດໄຖນາ 4 ຄັນ, ລົດຈັກ 8 ຄັນ, ໂຮງສີເຂົ້າ 3 ເຄື່ອງ, ຈັກສູບນໍ້າ 10 ເຄື່ອງ, ເນື້ອທີ່ນາເສຍຫາຍ 9 ເຮັກຕາ, ຊົນລະປະທານເປ່ເພ 1 ແຫ່ງ ແລະ ສັດລ້ຽງປະເພດຕ່າງໆ ລວມມູນຄ່າເສຍຫາຍທັງໝົດ 1 ຕື້ກວ່າກີບ.

ຈາກສະພາບການດັ່ງກ່າວ, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ກໍໄດ້ສຸມໃສ່ໃຫ້ການຊ່ວຍເຫລືອຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ, ໃນນັ້ນ ແຂວງຫລວງນໍ້າມອບເງິນ ຈຳນວນ 20 ລ້ານກີບ, ປກຊ-ປກສ ແຂວງໄດ້ໃຫ້ການຊ່ວຍເຫລືອດ້ານແຮງງານ ແລະ ລົດໃຫຍ່ ເພື່ອຂົນຍ້າຍເຄື່ອງຂອງປະຊາຊົນທີ່ຖືກນໍ້າຖ້ວມອອກໄປຢູ່ພື້ນທີ່ປອດໄພ, ພະແນກໂຍທາທິການແຂວງ ລົງສົບທົບເມືອງ ເພື່ອແກ້ໄຂສະພາບເສັ້ນທາງທີ່ຖືກນໍ້າຖ້ວມ, ອະນາໄມຂີ້ເຫຍື້ອງ່າໄມ້ໃຫຍ່ອອກຈາກຂົວ ເພື່ອໃຫ້ການສັນຈອນໄປມາໄດ້, ພະແນກ ຮສສ ແຂວງ ລົງສົບທົບກັບອຳນາດການປົກຄອງເມືອງ ເພື່ອເກັບກຳຂໍ້ມມູນຜົນເສຍຫາຍ ແລະ ຄວາມຕ້ອງການຊ່ວຍເຫລືອສຸກເສີນ.

ນອກຈາກນີ້, ແຂວງ, ເມືອງ ແລະ ຫົວໜ່ວຍທຸລະກິດ ຍັງໄດ້ໃຫ້ການຊ່ວຍເຫຼືອເບື້ອງຕົ້ນ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ, ໃນເວລາດຽວກັນ ພະແນກສາທາລະນະສຸກແຂວງ ກໍ່ໄດ້ລົງຕິດຕັ້ງລົດຜະລິດນໍ້າສະອາດ ປະຈຳຢູ່ບ້ານດັ່ງກ່າວ ເພື່ອຜະລິດນໍ້າກິນ-ນໍ້າໃຊ້ ຈຳນວນ 6.000 ລິດ.

ຂໍ້ມູນຈາກ: ປະເທດລາວ