ຊົມເຊີຍ! ຊາວເມືອງພີນພ້ອມໃຈ ສ້ອມແປງຂົວຂ້າມຫ້ວຍແຫ່ງທີສາມສໍາເລັດແລ້ວ

70

ຊົມເຊີຍການນໍາພາຂອງພາກສ່ວນກ່ຽວຂ້ອງ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງຊາວເມືອງພິນ ທີ່ພ້ອມໃຈກັນລົງເຫື່ອແຮງ ພ້ອມຊັບສິນ ປະກອບສ່ວນໃນການສ້ອມແປງ ຂົວຂ້າມຫ້ວຍແຫ່ງທີສາມ ເຂດ 8 ທີ່ເປ່ເພຫຼັງໃຊ້ງານມາດົນ ໃຫ້ກັບມາໃຊ້ໄດ້ອີກຄັ້ງ.

ໃນວັນທີ 10 ກໍລະກົດ 2020 ບັນດາຄະນະການນໍາຂອງເມືອງພີນ ແຂວງສະຫວັນນະເຂດ, ໄດ້ສ້າງຂະບວນການນໍາພາປະຊາຊົນກຸ່ມບ້ານພັດທະນາທີ 8 ສ້ອມແປງຂົວທີ່ເປ່ເພຈາກອາຍຸການໃຊ້ງານໃນໄລຍະຜ່ານມາ ພາຍໃຕ້ການນໍາພາຂອງ ທ່ານ ສາລີ ວິນລາວັນ ເຈົ້າເມືອງໆພີນ ພ້ອມຄະນະ, ມີບັນດາຫົວໜ້າ – ຮອງຫົວໜ້າຫ້ອງການ, ພະນັກງານວິຊາສະເພາະກ່ຽວຂ້ອງ ແລະປະຊາຊົນກຸ່ມບ້ານພັດທະນາທີ 8 ມີຈໍານວນ 97 ຄົນ ເຂົ້າຮ່ວມຂະບວນການສ້ອມແປງໃນຄັ້ງນີ້.

ການສ້ອມແປງຂົວດັ່ງກ່າວເຊິ່ງຕັ້ງຢູ່ເຂດບ້ານນາໂພຄໍາ (ຂົວຫ້ວຍເລະ) ເຂດ 8 ຢູ່ຫ່າງຈາກເທດສະບານເມືອງພີນ ປະມານ 21 ກິໂລແມັດ, ມີຄວາມຍາວ 15 ແມັດ, ກວ້າງ 4 ແມັດ, ພື້ນຖານໂຄ່ງຮ່າງຂົວແມ່ນເຫຼັກໜາ ແລະ ດ້ານເທິງແມ່ນປູດ້ວຍໄມ້. ເຊິ່ງໄດ້ຮັບການສ້ອມແປງຄືນໃໝ່ປະກອບມີ: ໄດ້ມີການຍົກຫົວຂົວຂື້ນໃໝ່, ຮື້ຖອນໄມ້ປູເກົ່າທີ່ໃຊ້ງານບໍ່ໄດ້ອອກ ແລະ ໄດ້ມີການປັບປຸງຖົມຫົວຂົວ ສ່ວນມູນຄ່າການສ້ອມແປງຂົວຂ້າມຫ້ວຍຄັ້ງນີ້ລວມເປັນເງິນເກືອບ 50 ລ້ານກີບ ໂດຍການສົມທົບທຶນຈາກຊຸມຊົນເຂດກຸ່ມບ້ານດັ່ງກ່າວ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ