ແຮງງານຫວຽດນາມ 31 ລ້ານຄົນ ໄດ້ຮັບຜົນກະທົບຈາກໂຄວິດ – 19

110

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ແຮງງານ ປະມານ 31 ລ້ານຄົນ ໃນຫວຽດນາມ ໄດ້ຮັບຜົນກະທົບທາງເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ – 19, ໃນຈຳນວນນີ້ມີຜູ້ວ່າງງານ 900.000 ຄົນ ແລະ ເກືອບ 18 ລ້ານຄົນ ມີລາຍໄດ້ຫຼຸດລົງ, ຫາກຍັງບໍ່ມີມາດຕະການເພື່ອກະຕຸ້ນເສດຖະກິດ ອາດສົ່ງຜົນໃຫ້ມີຜູ້ວ່າງງານເພີ່ມຂຶ້ນອີກ 5 ລ້ານຄົນ ພາຍໃນທ້າຍປີນີ້.

ພາບປະກອບຂ່າວເທົ່ານັ້ນ

ມາຮອດປັດຈຸບັນ ຫວຽດນາມ ມີຍອດຜູ້ຕິດເຊື້ອໂຄວິດ – 19 ສະສົມ 369 ຄົນ, ບໍ່ມີຜູ້ເສຍຊີວິດ ແລະ ຍັງບໍ່ພົບຜູ້ຕິດເຊື້ອລາຍໃໝ່ພາຍໃນປະເທດຕິດຕໍ່ກັນ 80 ກວ່າວັນ ເນື່ອງຈາກສາມາດຄວບຄຸມການແຜ່ລະບາດໂຄວິດ – 19 ໄດ້ເປັນຢ່າງດີ.

ພາບປະກອບຂ່າວເທົ່ານັ້ນ

ແນວໃດກໍຕາມ, ຫວຽດນາມ ຍັງຕ້ອງປະເຊີນກັບບັນຫາດ້ານເສດຖະກິດ ເນື່ອງຈາກອັດຕາການເຕີບໂຕທາງເສດຖະກິດໃນໄຕມາດ 2 ຂະຫຍາຍຕົວຕ່ຳສຸດໃນຮອບ 30 ປີ ເຊິ່ງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ສົ່ງຜົນໃຫ້ເສດຖະກິດພາຍໃນປະເທດຂະຫຍາຍຕົວຕໍ່າກວ່າເປົ້າໝາຍທີ່ລັດຖະບານຫວຽດນາມ ກຳນົດໄວ້.