ຊາວສວນອຸກໃຈ ໝາກແຕງຂາຍບໍ່ອອກ ເຄີຍຂາຍໜ່ວຍໃຫຍ່ສຸດ 15ພັນກີບ ຕອນນີ້ເຫຼືອພຽງ 3 ພັນກີບ

194

ເກີດຫຍັງຂຶ້ນກັບຊາວສວນຜູ້ປູກໝາກແຕງ ເຮັດມາຫຼາຍຟ້າຫຼາຍປີໄດ້ຂາຍດີມາຕະຫຼອດ ແຕ່ຕົກມາປີນີ້ ຝືດເຄືອງຫຼາຍ ໝາກແຕງຂາຍບໍ່ອອກ ຈາກເຄີຍຂາຍໝາແຕງໜ່ວຍໃຫຍ່ສຸດລາຄາ 15.000 ກີບຕໍ່ໜ່ວຍແຕ່ປີນີ້ໄດ້ໃນລາຄາ 3.000ກີບຕໍ່ໜ່ວຍ.

ທ່ານ ອ໋ອກເອ ແກ້ວຊົມພູ ນາຍບ້ານນາໄຊໃຫຍ່ ເມືອງ ແລະ ແຂວງສາລະວັນ ໃຫ້ສຳພາດຕໍ່ນັກຂ່າວວ່າ: ໂດຍພື້ນຖານພໍ່ແມ່ປະຊາຊົນບ້ານນາໄຊໃຫຍ່ ແມ່ນມີອາຊີບເຮັດນາປູກເຂົ້າ ເປັນຫຼັກ ແລະ ປູກພືດ – ລ້ຽງສັດເປັນອາຊີບສຳຮອງ ໂດຍສະເພາະແມ່ນການປູກໝາກແຕງ. ສໍາລັບປີນີ້ຫຼັງຈາກເກັບກ່ຽວຜົນລະປູກແລ້ວແຕ່ຂາຍບໍ່ໄດ້ ຍ້ອນຜົນກະທົບຈາກພະຍາດໂຄວິດ – 19 ເຮັດໃຫ້ການຊື້ – ຂາຍຂອງແມ່ຄ້າທັງພາຍໃນ ແລະ ຕ່າງແຂວງ ມີຈຳນວນຫຼຸດລົງ.

ນາງ ວັນ ຄຸນຕາບຸງ ຊາວກະສິກອນຜູ້ໜຶ່ງທີ່ໄດ້ປູກໝາກແຕງຂາຍໃນແຕ່ລະປີໃຫ້ສຳພາດວ່າ: ນັບແຕ່ປູກໝາກແຕງຂາຍມາ, ມີປີນີ້ປີດຽວທີ່ຂາຍຜົນຜະລິດຍາກ, ລາຄາກໍຕ່ຳ ຍ້ອນບໍ່ມີແມ່ຄ້າມາຮັບຊື້, ປີຜ່ານມາໜ່ວຍ ໃຫຍ່ສຸດຂາຍລາຄາ 15.000 ກີບຕໍ່ໜ່ວຍ, ຕໍ່າສຸດ 5.000 ກີບຕໍ່ໜ່ວຍ, ແຕ່ມາປີນີ້ໜ່ວຍໃຫຍ່ສຸດ 3.000 ກີບຕໍ່ໜ່ວຍເຊິ່ງຖືວ່າຂາຍຖືກສຸດເທົ່າທີ່ເຄີຍຂາຍມາ ແລະ ໃນປີນີ້ ໄດ້ປູກໃນເນື້ອທີ່ທັງໝົດ 2 ເຮັກຕາ ປະມານ 2 ພັນກວ່າເບ້ຍ ເຊິ່ງແຕ່ລະປີຂາຍໄດ້ຢ່າງຕ່ຳ 10 ລ້ານ ກວ່າກີບຕໍ່ປີ ແຕ່ສຳລັບປີນີ້ໜ້າຈະບໍ່ເຖິງເຄິ່ງໜຶ່ງຂອງລາຍຮັບແຕ່ລະປີ.

ເຊັ່ນດຽວກັນກັບ ປ້າ ເພັດສະໝອນ ສຸພັນທອງ ກ່າວໃຫ້ຮູ້ວ່າ: ຜົນຜະລິດປີນີ້ອັ່ງຫຼາຍ ເນື່ອງຈາກບໍ່ມີແມ່ຄ້າມາຮັບຊື້ ໂດຍສະເພາະແມ່ຄ້າທີ່ເຄີຍຊື້ຈາກແຂວງສະຫວັນນະເຂດ, ນະຄອນຫຼວງວຽງຈັນ ເຊິ່ງສ່ວນໃຫຍ່ແມ່ນໄດ້ຂາຍຍົກ ແລະ ຂາຍຍ່ອຍຈຳນວນໜຶ່ງ, ລາຄາກໍຕ່ຳ ແລະ ຖືວ່າເປັນທ່າແຮງຫຼັກຂອງຄອບຄົວໃນແຕ່ລະປີ ທີ່ສ້າງລາຍຮັບໄດ້ຢ່າງໝັ້ນຄົງ ເຊິ່ງກໍໄດ້ແລກມາດ້ວຍຄວາມດຸໝັ່ນຂະຫຍັນພຽນ, ສູ້ຊົນ ຈຶ່ງເຮັດໃຫ້ຄອບຄົວມີຢູ່ມີກິນນັບມື້ດີຂຶ້ນເລື້ອຍໆ.

[ ຂ່າວ – ຮູບ: ວິໄລວອນ ສິດທິໄຊ ]