ເລີ່ມແລ້ວ! ອຸດົມໄຊ ເປີດຂະບວນເສຍຄ່າທຳນຽມທາງ

87

ພະແນກການເງິນແຂວງອຸດົມໄຊ ໄດ້ຈັດພິທີເປີດຂະບວນການເກັບຄ່າທຳນຽມທາງ ແລະ ເສຍພາສີທີ່ດິນຜ່ານລະບົບທະນາຄານກັບທີ່ ໂດຍການເປັນປະທານຂອງ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ມີ ທ່ານ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງ, ບັນດາຂະແໜງການທີ່ກ່ຽວຂ້ອງພ້ອມດ້ວຍບັນດາທະນາຄານທີ່ມີສ່ວນຮ່ວມເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ທຳມະລົດ ຣາຊະພົນ ຫົວໜ້າສ່ວຍສາອາກອນປະຈຳແຂວງອຸດົມໄຊ ໃຫ້ຮູ້ວ່າ: ແຂວງອຸດົມໄຊ ໄດ້ເລີ່ມເປີດຂະບວນການເກັບຄ່າທຳນຽມທາງຜ່ານລະບົບທະນາຄານກັບທີ່ແມ່ນໄດ້ເລີ່ມແຕ່ປີ 2017 ເປັນຕົ້ນມາ, ສ່ວນການເສຍພາສີທີ່ດິນແມ່ນເລີ່ມໃນປີ 2019.

ເຖິງແມ່ນວ່າການເກັບລາຍຮັບຈາກຄ່າທໍານຽມທາງ ແລະ ພາສີທີ່ດິນໄດ້ເພີ່ມຂຶ້ນໃນແຕ່ລະປີກໍຕາມ, ແຕ່ຖ້າທຽບໃສ່ຈໍານວນພາຫະນະທັງໝົດທີ່ຂຶ້ນທະບຽນຢູ່ນໍາແຂວງອຸດົມໄຊ ແມ່ນຍັງມີໜ້ອຍທີ່ສຸດສະເລ່ຍແລ້ວແມ່ນກວມເອົາພຽງແຕ່ 7,11% ຂອງຈຳນວນພາຫະນະທີ່ໄດ້ຂຶ້ນທະບຽນທັງໝົດ.

ທ່ານ ນາງ ຈັນສະໄໝ ສຸລິຍະປັນຍາ ຮອງຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງ ອຸດົມໄຊ ໃຫ້ສຳພາດວ່າ: ພໍ່ແມ່ປະຊາຊົນສາມາດເລືອກໃຊ້ໃນການຊຳລະຕາມເງື່ອນໄຂຂອງແຕ່ລະຄົນ ໂດຍຜ່ານລະບົບຂອງທະນາຄານ ເປັນຕົ້ນແມ່ນ: ຊຳລະຜ່ານການບໍລິການຢູ່ສາຂາ ແລະ ໜ່ວຍບໍລິການ, ຜ່ານລະບົບ BCEL One ທາງໂທລະສັບມືຖື ແລະ ອື່ນໆ.

( ເນື້ອໃນ – ຮູບ: ກະຊວງການເງິນ )