6 ເດືອນຕົ້ນປີ ເມືອງເລົ່າງາມ ເກັບລາຍຮັບໄດ້ 4,4 ຕື້ກວ່າກີບ

95

ໃນໄລຍະ 6 ເດືອນຕົ້ນປີ 2020 ນີ້, ເມືອງເລົ່າງາມ ສາມາດເກັບລາຍຮັບໄດ້ແລ້ວ 4,4 ຕື້ກວ່າກີບ ເທົ່າກັບ 47,50% ໂດຍໄດ້ຈາກລາຍຮັບສ່ວຍສາອາກອນ, ຊັບສິນ, ຄ່າທຳນຽມ, ຈົດທະບຽນ ແລະ ລາຍຮັບຈາກທີ່ດິນ.

ທ່ານ ສີລິສັກ ພົມມະຈັກ ຮອງຫົວໜ້າຫ້ອງການ – ການເງິນ ເມືອງເລົ່າງາມ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ກ່ຽວກັບການຈັດຕັ້ງປະຕິບັດແຜນລາຍຮັບເຂົ້າງົບປະມານ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມການຈັດເກັບລາຍຮັບປົກກະຕິຂອງເມືອງທີ່ສະພາມອບໃຫ້ ເທົ່າກັບ 9.286 ລ້ານກວ່າກີບ ແລະ ໃນໄລຍະ 6 ເດືອນຕົ້ນປີ 2020 ສາມາດເກັບລາຍຮັບຕົວຈິງໄດ້ແລ້ວ 4.410 ລ້ານກວ່າກີບ ເທົ່າກັບ 47,50%, ທຽບໃສ່ໄລຍະດຽວຂອງປີຜ່ານມາ ເທົ່າກັບ 77,55%.

ພາບປະກອບຂ່າວເທົ່ານັ້ນ

ໃນນັ້ນ, ໄດ້ຈາກສ່ວຍສາອາກອນ 3,7 ຕື້ກວ່າກີບ ເທົ່າກັບ 44,93%, ລາຍຮັບຊັບສິນ ປະຕິບັດໄດ້ 600 ລ້ານກວ່າກີບ ເທົ່າກັບ 73,50%, ຊັບສິນປົກກະຕິ 71 ລ້ານກວ່າກີບ, ຄ່າເຊົ່າສຳປະທານ 500 ລ້ານກວ່າກີບ, ສ່ວນດ້ານລາຍຈ່າຍ ປະຕິບັດໄດ້ 17 ຕື້ກວ່າກີບ, ໃນນັ້ນຈ່າຍເງິນເດືອນ 11 ຕື້ກວ່າກີບ, ອຸດໜູນເບ້ຍລ້ຽງ 1,9 ຕື້ ກວ່າກີບ, ຈ່າຍເງິນບໍລິຫານປົກກະຕິ 1,2 ຕື້ກວ່າກີບ ແລະ ຈ່າຍເງິນດັດສົມສົ່ງເສີມ 400 ລ້ານກວ່າກີບ. ສຳລັບການຈັດເກັບລາຍຮັບຂອງບ້ານສາມສ້າງ ຄື: ບ້ານໜອງແກ, ຂົວເສັດ ແລະ ບ້ານດະເຊັຍໂພນຫີນ ປະຕິບັດໄດ້ 85 ລ້ານກວ່າກີບ.

ໃນນັ້ນ, ບ້ານໜອງແກ ປະຕິບັດໄດ້ 35 ລ້ານກວ່າກີບ ເທົ່າກັບ 71%, ບ້ານຂົວເສັດ 18 ລ້ານກວ່າກີບ ເທົ່າກັບ 36% ແລະ ບ້ານດະເຊັຍໂພນຫີນ ປະຕິບັດໄດ້ 31 ລ້ານກວ່າກີບ ເທົ່າກັບ 64%.

ພາບປະກອບຂ່າວເທົ່ານັ້ນ

ທ່ານຮອງຫົວໜ້າຫ້ອງການ – ການເງິນເມືອງ ຍັງໄດ້ລາຍງານຕື່ມອີກວ່າ: ສິ່ງທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ ເປັນຕົ້ນ: ການເກັບລາຍຮັບພາສີທີ່ດິນ, ອາກອນເງິນເດືອນ, ບັນດາບໍລິສັດຕ່າງໆ, ໃນນັ້ນດ້ານຊັບສິນທຽບໃສ່ແຜນ 6 ເດືອນ ເທົ່າກັບ 146,99%, ສ່ວຍສາອາກອນ 81,39%. ເຖິງແມ່ນວ່າເມືອງເລົ່າງາມ ຈະສາມາດເກັບລາຍຮັບໄດ້ແລ້ວຈຳນວນໜຶ່ງ ແຕ່ກໍຍັງມີ ຄວາມຫຍຸ້ງຍາກ ເປັນຕົ້ນ: ການເກັບລາຍຮັບອາກອນຄ່າເຊົ່າ, ອາຄານຫ້າງຮ້ານຍັງຄ້າງຊຳລະ, ການເສຍພັນທະຂອງຫົວໜ່ວຍທຸລະກິດເກັບຊື້ຍັງຖືເບົາ ແລະ ຖານຂໍ້ມູນໃນການເກັບລາຍຮັບຍັງບໍ່ລະອຽດ, ຊັດເຈນ, ທຸລະກິດ – ຜູ້ປະກອບການບາງຮ້ານໄດ້ມີການຢຸດເຊົາ.