ຕະຫຼາດຫຼັກໃນການສົ່ງອອກສິນຄ້າກະສິກໍາຂອງລາວ 80% ແມ່ນ ສປ ຈີນ

198

ປີຜ່ານມາປະເທດເຮົາສົ່ງອອກສິນຄ້າກະສິກໍາ ມູນຄ່າ 560 ລ້ານໂດລາ ຕະຫຼາດຫຼັກ ແມ່ນ ສປ ຈີນ ກວມເອົາ 80% ຂອງສິນຄ້າກະສິກຳທີ່ສົ່ງອອກ ເພື່ອເຮັດໃຫ້ປະລິມານສິນຄ້າສົ່ງອອກເພີ່ມຂຶ້ນ ລັດຖະບານພວມດໍາເນີນຮ່າງຂໍ້ກໍານົດເງື່ອນໄຂການສົ່ງອອກພືດ ແລະ ຜະລິດຕະພັນພືດ ຈໍານວນ 3 ພືດ ແລະ ໄດ້ກະກຽມເອກະສານບົດເຕັກນິກເປີດຕະຫຼາດຕື່ມອີກ ຈໍານວນ 5 ພືດ.

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 25 ມິຖຸນາ 2020, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ຕໍ່ຂະແໜງ ກປ ໂດຍສະເພາະມາດຕະການຊຸກຍູ້ສົ່ງເສີມການຜະລິດສິນຄ້າເພື່ອສົ່ງອອກ ວ່າ: ມາຮອດປັດຈຸບັນ ກະຊວງ ກປ ໄດ້ເຈລະຈາດ້ານເຕັກນິກການເປີດຕະຫຼາດປະເພດພືດ, ໝາກໄມ້ ແລະ ສັດລ້ຽງປະເພດງົວ ໄດ້ຈໍານວນໜຶ່ງແລ້ວ ຄື: ສປ ຈີນ, ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ສະຫະພາບເອີຣຣົບ ເຊິ່ງໃນນີ້ສິນຄ້າ 80% ແມ່ນສົ່ງອອກໄປ ສປ ຈີນ.

ສໍາລັບຣາຊະອານາຈັກໄທ ໄດ້ສໍາເລັດເຈລະຈາເຕັກນິກເປີດຕະຫຼາດສໍາເລັດແລ້ວ 12 ພືດ, ສສ ຫວຽດນາມ ສໍາເລັດແລ້ວ 13 ປະເພດພືດ, ສະເພາະຕະຫຼາດອີຢູແມ່ນເຂົາເຈົ້າເປີດຮັບເອົາທຸກປະເພດສິນຄ້າ ແຕ່ຍ້ອນເງື່ອນໄຂການເຂົ້າເຖິງຕະຫຼາດອີຢູມີຄວາມເຂັ້ມງວດ, ມາຮອດປັດຈຸບັນນີ້ມີພຽງແຕ່ 2 ບໍລິສັດເທົ່ານັ້ນ ທີ່ສາມາດປະຕິບັດມາດຕະຖານສຸຂະນາໄມພືດຜັກສົດຈາກ ສປປ ລາວ ໄປຍັງອີຢູ, ສ່ວນ ສປ ຈີນ ເຊິ່ງເປັນຕະຫຼາດໃຫຍ່ຂອງປະເທດເຮົາ ພວກເຮົາໄດ້ຮັບໂກຕາສົ່ງອອກເຂົ້າ ຈໍານວນ 50.000 ໂຕນຕໍ່ປີ, ງົວ 500.000 ໂຕຕໍ່ປີ.

ໄດ້ສໍາເລັດການເຈລະຈາເຕັກນິກເປີດຕະຫຼາດ ແລະ ໄດ້ສໍາເລັດຂໍ້ກໍານົດເງື່ອນໄຂດ້ານສຸຂະນາໄມພືດ ສໍາລັບການສົ່ງອອກພືດ ແລະ ຜະລິດຕະພັນພືດຂອງ ສປປ ລາວ ໄປຍັງ ສປ ຈີນ ຈໍານວນ 6 ພືດ ( ເຂົ້າ, ສາລີ, ມັນຕົ້ນ, ກ້ວຍ, ໝາກໂມ ແລະ ມັນດ້າງ ) ແລະ ບັນດາພືດທີ່ນອນຢູ່ໃນຂອບໂຄງການປູກພືດທົດແທນການປູກຝິ່ນ ຈໍານວນ 24 ພືດ.

ປັດຈຸບັນຝ່າຍ ສປ ຈີນ ໄດ້ອອກບາໂຄ໊ດ ຈໍານວນ 16 ພືດ ຂອງ ສປປ ລາວ ທີ່ສາມາດສົ່ງອອກໄປ ສປ ຈີນໄດ້ ປະກອບມີ: ໝາກເດືອຍ, ຖົ່ວເບີ, ຖົ່ວຍາວ, ຖົ່ວເຫຼືອງສົດ, ຖົ່ວຂຽວ, ຖົ່ວດໍາ, ໝາກເຜັດສົດ, ໝາກມ່ວງຫິມະພານ, ໝາກໂຕ່ນ, ຫົວພຸກແຫ້ງ, ໝາກຖົ່ວດິນ, ໝາກແໜ່ງ, ໝາກສະໝອງ, ເກດສະໜາ, ມັນປ່າ, ພືດເປັນຢາ.

ປັດຈຸບັນ ກະຊວງ ກປ ໄດ້ປະສານກັບອົງການບໍລິຫານພາສີ ສປ ຈີນ ພວມດໍາເນີນຮ່າງຂໍ້ກໍານົດເງື່ອນໄຂການສົ່ງອອກພືດ ແລະ ຜະລິດຕະພັນພືດ ຈໍານວນ 3 ພືດ ຄື: ໃບຢາສູບແຫ້ງ, ໝາກໜອດ ແລະ ຕະກຸນໝາກກ້ຽງ ( ໝາກພຸກ, ໝາກກ້ຽງ ແລະ ໝາກນາວ ) ແລະ ໄດ້ກະກຽມເອກະສານບົດເຕັກນິກເປີດຕະຫຼາດຕື່ມອີກ ຈໍານວນ 5 ພືດ ເຊັ່ນ: ໝາກທຸລຽນ, ໝາກລໍາໄຍ, ໝາກມີ້, ໝາກມັງກອນ, ໝາກເດືອຍ.

ສະເພາະການຈັດຕັ້ງປະຕິບັດດ້ານສຸຂະນາໄມສັດ ເພື່ອສົ່ງອອກໄປຍັງ ສປ ຈີນ ປັດຈຸບັນ 3 ບໍລິສັດ ໄດ້ກໍ່ສ້າງສູນກັກກັນສັດສໍາເລັດແລ້ວ 90% ສາມາດກັກກັນສັດໄດ້ 228.000 ໂຕນຕໍ່ປີ, ມາຮອດປັດຈຸບັນແມ່ນລໍຖ້າທີມງານວິຊາການຂອງຝ່າຍຈີນ ມາກວດກາຄັ້ງສຸດທ້າຍເພື່ອຮັບຮອງ ແລະ ອະນຸຍາດນໍາໃຊ້ເປັນທາງການ.

ທ່ານ ລຽນ ທິແກ້ວ ກ່າວຕື່ມວ່າ: ເພື່ອເຮັດໃຫ້ການຜະລິດ, ການປຸງແຕ່ງສິນຄ້າເພີ່ມຂຶ້ນ ແລະ ສົ່ງອອກສິນຄ້າກະສິກໍາສະອາດນັບມື້ສູງຂຶ້ນ ກະຊວງ ກປ ຈະໄດ້ປະຕິບັດບາງມາດຕະການ ຄື: ສືບຕໍ່ປະສານສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາອຸດສາຫະກໍາການຄ້າ, ຜູ້ປະກອບການເຮັດວຽກຢ່າງຕັ້ງໜ້າກັບກົມໃຫຍ່ພາສີ ສປ ຈີນ ເຈລະຈາ, ລາຍງານບັນຊີສິນຄ້າກະສິກໍາໃຫ້ໄດ້ຮັບການຢັ້ງຢືນ ( SPS ) ເງື່ອນໄຂການກັກກັນພະຍາດພືດ ແລະ ສັດ ໃຫ້ເພີ່ມຂຶ້ນຕາມບັນຊີທີ່ໄດ້ແຈ້ງໃຫ້ຝ່າຍຈີນ ກ່ອນໜ້າເກີດວິກິດໂຄວິດ – 19 ນັ້ນ ໃຫ້ສໍາເລັດ.

ພ້ອມດຽວກັນນັ້ນ, ກໍຮ່ວມກັບຝ່າຍຈີນ ກວດກາຄວາມພ້ອມດ້ານຕ່າງໆຢູ່ຊາຍແດນດ່ານສາກົນ ແລະ ດ່ານທ້ອງຖິ່ນທີ່ສອງປະເທດໄດ້ອະນຸຍາດໃຫ້ມີການເຄື່ອນໄຫວສະດວກ ເຮັດໃຫ້ສິນຄ້າກະສິກໍາໄດ້ເຂົ້າ – ອອກທັນກັບເວລາ ໂດຍສະເພາະແມ່ນສິນຄ້າສົດ.

ດຶງດູດ ແລະ ສົ່ງເສີມໃຫ້ຄອບຄົວ, ທຸລະກິດຂະໜາດນ້ອຍ ແລະ ກາງ ພາຍໃນ; ທຸລະກິດຂະໜາດໃຫຍ່ຂອງຕ່າງປະເທດ ເຂົ້າມາດໍາເນີນການຜະລິດ, ບໍລິການ ແລະ ພັດທະນາດ້ວຍເຕັກໂນໂລຊີທີ່ທັນສະໄໝດ້ວຍຜະລິດຕະພັນສິນຄ້າກະສິກໍາທີ່ມີມູນຄ່າເພີ່ມສູງ ແລະ ປະລິມານຫຼາຍດ້ວຍຮູບແບບ 2 + 3 ເພື່ອພາປະຊາຊົນປະເທດເຮົາດໍາເນີນການປູກ, ການລ້ຽງ, ການປຸງແຕ່ງ ແລະ ຖ່າຍທອດເອົາເຕັກໂນໂລຊີ, ນະວັດຕະກໍາໃໝ່ທີ່ທັນສະໄໝ ປະຢັດຕົ້ນທຶນໄວຂຶ້ນດ້ວຍການເລັ່ງລັດຕັດຕອນເພື່ອກ້າວຂຶ້ນ.

ທ່ານ ສີລິພົນ ພິທັກສູນ ຮອງຫົວໜ້າກົມປູກຝັງ, ກະຊວງ ກປ ກ່າວໃນກອງປະຊຸມປຶກສາຫາລືການວາງແຜນຈັດຕັ້ງປະຕິບັດໂຄງການສະໜັບສະໜູນຕ່ອງໂສ້ການຜະລິດກະສິກຳແບບຍືນຍົງໃນອາຊຽນ ວ່າໃນປີ 2019 ສປປ ລາວ ໄດ້ສົ່ງອອກພືດ ແລະ ຜະລິດຕະພັນພືດ ທັງໝົດ 1,9 ລ້ານໂຕນ ມູນຄ່າປະມານ 560 ລ້ານໂດລາ. ຫ້າອັນດັບຕົ້ນໆປະກອບມີ: ກ້ວຍ, ອ້ອຍ, ມັນຕົ້ນ, ຢາງພາລາ ແລະ ສາລີ ໂດຍຕະຫຼາດສົ່ງອອກຫຼັກ ຄື: ສປ ຈີນ, ໄທ ແລະ ສສ ຫວຽດນາມ.

ສ່ວນການນໍາເຂົ້າພືດ ແລະ ຜະລິດຕະພັນພືດ ຈໍານວນ 754.627 ໂຕນ ມູນຄ່າ 91 ລ້ານໂດລາ ໂດຍສ່ວນໃຫຍ່ແມ່ນກາກຖົ່ວເຫຼືອງ, ກາກເມັດພັນພືດ ແລະ ອື່ນໆເປັນຕົ້ນ ນໍາເຂົ້າຈາກ ສສ ຫວຽດນາມ, ສປ ຈີນ ແລະ ໄທ.