ໜັກໜ່ວງ! ເສຍຫາຍ 1 ຕື້ກວ່າກີບ ເຫດນ້ຳຖ້ວມບ້ານນ້ຳແອ່ງ ເມືອງວຽງພູຄາ

385

ຈາກເຫດນ້ຳຖ້ວມ ບ້ານນ້ຳແອ່ງ ເມືອງວຽງພູຄາ ເມື່ອວັນທີ 12 ກໍລະກົດ 2020 ທີ່ຜ່ານມາ ເຊິ່ງສ້າງຄວາມສູນເສຍທາງດ້ານຊັບສິນຂອງປະຊາຊົນຈໍານວນບໍ່ໜ້ອຍ, ປະເມີນຜົນເສຍຫາຍເບື້ອງຕົ້ນ 1 ຕື້ກວ່າກີບ ປັດຈຸບັນອໍານາດການປົກຄອງເມືອງ ພວມລະດົມການຊ່ວຍເຫຼືອ ແລະ ເລັ່ງຟື້ນຟູສະຖານທີ່ເຮືອນຊານໃຫ້ກັບຄືນມາເປັນສະພາບປົກກະຕິໂດຍໄວ.

ອີງຕາມບົດລາຍງານຂອງເຈົ້າເມືອງວຽງພູຄາ ແຂວງ ຫຼວງນ້ຳທາ ຕໍ່ຜົນເສຍຫາຍໄພພິບັດນ້ຳຖ້ວມຄັ້ງວັນທີ 12 ກໍລະກົດ 2020 ອີງຕາມການລົງເກັບກຳຂໍ້ມູນຂອງຄະນະຮັບຜິດຊອບ, ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ສົມທົບກັບອົງການຈັດຕັ້ງບ້ານນ້ຳແອ່ງ ໃນວັນທີ 12 ກໍລະກົດຜ່ານມາ ຂັ້ນບ້ານມີເຮືອນທີ່ຖືກນ້ຳຖ້ວມທັງໝົດ 51 ຫຼັງຄາ, ຈໍານວນພົນລະເມືອງ 255 ຄົນ, ເຮືອນໄຫຼນ້ຳ 2 ຫຼັງ ມູນຄ່າ 16 ລ້ານກີບ, ເລົ້າເຂົ້າໄຫຼນ້ຳ 2 ຫຼັງ ມູນຄ່າ 12 ລ້ານ, ເຂົ້າເປືອກ 5 ໂຕນ ມູນຄ່າ 25 ລ້ານ.

ເຂົ້າສານ 178 ເປົາ ມູນຄ່າ 62,3 ລ້ານກີບ, ນ້ຳຖ້ວມພາຫະນະລົດໃຫຍ່ 1 ຄັນ ມູນຄ່າ 169 ລ້ານ, ລົດໄຖນາ 4 ຄັນ 48 ລ້ານ, ລົດຈັກ 8 ຄັນ ມູນຄ່າ 40 ລ້ານ, ໂຮງສີເຂົ້າ 3 ເຄື່ອງ ມູນຄ່າ 15 ລ້ານ, ຈັກສູບນໍ້າ 10 ເຄື່ອງ ມູນຄ່າ 30 ລ້ານ, ປະເພດສັດລ້ຽງມີ ຄວາຍ, ງົວ, ໝູ, ແບ້ ແລະ ສັດປີກ ມູນຄ່າປະມານ 58 ລ້ານ. ຍັງມີເນື້ອທີ່ນາ ປະມານ 9 ເຮັກຕາ ມູນຄ່າ 180 ລ້ານ, ຊົນລະປະທານເປ່ເພ 1 ແຫ່ງ ມູນຄ່າ 350 ລ້ານກີບ ລວມມູນຄ່າທັງໝົດ ປະມານ 1 ຕື້ກວ່າກີບ.

ດ້ານວຽກງານການຊ່ວຍເຫຼືອຕ່າງໆ ພາຍຫຼັງເກີດເຫດທາງເມືອງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ ແລະ ຂັ້ນບ້ານ ເພື່ອເກັບກໍາສະພາບຄວາມເປັນຈິງ ແລະ ປຸກລະດົມບັນດາອົງການຈັດຕັ້ງຂັ້ນເມືອງ ແລະ 2 ກໍາລັງ ປກຊ – ປກສ ຊ່ວຍເຫຼືອປະຊາຊົນຟື້ນຟູສະຖານທີ່ເຮືອນຊານໃຫ້ກັບຄືນມາເປັນສະພາບປົກກະຕິໂດຍໄວ, ສຸມໃສ່ການສະກັດກັ້ນພະຍາດຕ່າງໆທີ່ອາດຈະເກີດຂຶ້ນຕໍ່ກັບປະຊາຊົນຢ່າງທັນການ, ການຊ່ວຍເຫຼືອໃນເບື້ອງຕົ້ນທາງອົງການປົກຄອງເມືອງ ກໍໄດ້ລະດົມທຸກພາກສ່ວນພາຍໃນເມືອງ ແລະ ແຂວງ ໃຫ້ການຊ່ວຍເຫຼືອປະກອບມີນ້ຳດື່ມ, ໝີ່ໄວໆ, ປາກະປ໋ອງ, ເຂົ້າສານ, ສະບູ ແລະ ເຄື່ອງອື່ນໆ ມູນຄ່າ 20 ລ້ານກວ່າກີບ.

ສາເຫດທີ່ເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງນີ້ ຍ້ອນຝົນຕົກໜັກເຮັດໃຫ້ດິນເຊາະເຈື່ອນ, ຕົ້ນໄມ້, ໄຫຼມາຄ້າງຢູ່ຂົວຂ້າມນ້ຳແອ່ງ, ນ້ຳໄຫຼບໍ່ສະດວກ ຈຶ່ງລົ້ນຖ້ວມເສັ້ນທາງ R3 ແລະ ຂອບເຂດບ້ານນ້ຳແອ່ງ ຢ່າງກະທັນຫັນ ແລະ ສຳລັບທິດທາງແຜນການທີ່ຈະດໍາເນີນຂັ້ນຕອນຕໍ່ໄປ ຄື: ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃຫ້ທົ່ວເຖິງ ແລະ ທັນການ, ສືບຕໍ່ລົງເກັບກໍາຂໍ້ມູນຜົນກະທົບໃຫ້ລະອຽດຕື່ມ; ຂໍການຊ່ວຍເຫຼືອຈາກທຸກພາກສ່ວນໃນສັງຄົມ; ປຸກລະດົມຫ້ອງການ – ອົງການພາຍໃນເມືອງສຸມໃສ່ພື້ນຟູຜົນເສຍຫາຍ ໂດຍສະເພາະບ່ອນທໍາການຜະລິດ ແລະ ເຮືອນຊານປະຊາຊົນ ແລະ ແກ້ໄຂຈຸດໄມ້ອັດຕັນຂົວ; ຈັດຕັ້ງໜ່ວຍອະນາໄມ ແລະ ກວດກາສຸຂະພາບປະຊາຊົນ ສະກັດກັ້ນພະຍາດທີ່ຈະລະບາດ.