ເຂົ້າຊົມໄດ້ແລ້ວ ອານຸສອນສະຖານຄຸກກັກຂັງຜູ້ນຳ 16 ທ່ານ ທີ່ຄ້າຍໂພນເຄັງ

446

ວິລະກຳຜູ້ນຳລາວ 16 ທ່ານແຫກຄຸກຈາກຄ້າຍຄຸມຂັງໂພນເຄັງໄປຍັງຖານທີ່ໝັ້ນການປະຕິວັດ ນັ້ນໄດ້ກາຍເປັນແວ່ນແຍງແຫ່ງນ້ຳໃຈຮັກຊາດ, ຮັກອິດສະຫຼະ ແລະມີນ້ຳໃຈເພື່ອແຜ່ນດິນອັນຄົບຖ້ວນຂອງປວງຊົນລາວ ຈິ່ງຄວນຈາລືກໄວ້ໃນຫໍມູນເຊື້ອ ເພື່ອໃຫ້ຄົນຮຸ່ນໜຸ່ມໄດ້ຮຽນຮູ້ ກໍາແໜ້ນມູນເຊື້ອປະຫວັດສາດຂອງຊາດລາວ ພ້ອມລະລຶກເຖິງຄຸນງາມຄວາມດີຂອງບັນດາຜູ້ນໍາ 16 ທ່ານ ຜູ້ສະຫຼາດສ່ອງໃສ ສ້າງເຫດການໂຕນອອກຈາກຄຸກຄັ້ງມະຫັດສະຈັນທີ່ບໍ່ເຄີຍມີໃນລາວ.

ດັ່ງນັ້ນລັດຖະບານຈິ່ງໄດ້ ທຸ້ມງົບປະມານຈຳນວນ 85 ຕື້ກວ່າກີບສ້າງອະນຸສອນສະຖານໜຶ່ງຂຶ້ນ ແລະກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດອະນຸສອນສະຖານ ຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດ ທີ່ຄ້າຍໂພນເຄັງ ໃນຕອນເຊົ້າວັນທີ 13 ກໍລະກົດ 2020, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດແຫ່ງ ສປປ ລາວ; ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ.

ໃນພິທີ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຂຶ້ນມີຄໍາເຫັນ ວ່າ: ການກໍ່ສ້າງອະນຸສອນສະຖານດັ່ງກ່າວນີ້ ເພື່ອຈາລຶກ ແລະ ເສີມຂະຫຍາຍຄັງສາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນການນໍາພາຂອງພັກ-ແນວລາວຮັກຊາດ, ເປັນການຢັ້ງຢືນເຖີງຜົນງານອັນໂດດເດັ່ນ, ຄວາມສະຫຼຽວສະຫລາດ-ເກັ່ງກ້າ-ອາດຫານຊານໄຊ-ບໍ່ຍອມຈໍານົນຂອງບັນດາຜູ້ນຳເຮົາທີ່ກ້າປະເຊີນໜ້າໂດຍກົງກັບສັດຕູ, ບໍ່ຫວັ່ນໄຫວຕໍ່ເຫດການໃດໆ ໃນການໂຕນອອກຈາກຄຸກຄັ້ງມະຫັດສະຈັນທີ່ບໍ່ເຄີຍມີໃນລາວ ກໍຄື ໃນໂລກ.

ທັ້ງນີ້ກໍ່ເພື່ອສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດເຊື່ອມຊຶມກຳແໜ້ນກ່ຽວກັບປະຫວັດສາດມູນເຊື້ອແຫ່ງການຈັດຕັ້ງນຳພາຂອງພັກໃນການຕໍ່ສູ້ທາງດ້ານການເມືອງ, ການທະຫານ, ການຕ່າງປະເທດ, ບົດຮຽນໃນການຂົນຂວາຍກໍ່ສ້າງຮາກຖານການເມືອງ, ຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫລືອ ແລະ ຄວາມປີຊາສາມາດ, ສະຫລາດສ່ອງໃສຂອງສູນກາງພັກປະຊາຊົນ ປະຕິວັດລາວ ແລະ ເພື່ອເຜີຍແຜ່ຂໍ້ມູນກ່ຽວກັບວິລະກໍາການໂຕນຄຸກຄັ້ງມະຫັດສະຈັນຂອງບັນດາທ່ານຜູ້ນໍາແນວລາວຮັກຊາດໃຫ້ບັນດາເພື່ອມິດຜູ້ຮັກຫອມສັນຕິພາບ, ເອກະລາດ ແລະ ຄວາມກ້າວໜ້າທາງສັງຄົມໃນທົ່ວໂລກຮັບຮູ້ ແລະ ເຂົ້າໃຈເຫດການປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າໃນຊຸມປີ 1945-1975.

ອະນຸສອນສະຖານ ຄຸກກັກຂັງຜູ້ນຳພັກ-ແນວລາວຮັກ ຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດ ທີ່ຄ້າຍໂພນເຄັງ ໃຊ້ເວລາກໍ່ສ້າງທັງໝົດ 7 ເດືອນກັບ 15 ວັນ (ນັບແຕ່ວັນທີ 5 ກໍລະ ກົດ 2019 ຫາ ວັນທີ 15 ມັງກອນ 2020), ລວມມູນຄ່າການກໍ່ສ້າງທັງໝົດ 8,5 ຕື້ກີບ ໂດຍນຳໃຊ້ຮ່ວງເງິນປະຢັດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັບເໝົາກໍ່ສ້າງໂດຍບໍລິສັດ SCS ຈຳກັດ.

ສໍາລັບຜູ້ນຳແນວລາວຮັກຊາດ 16 ທ່ານ ທີ່ໂຕນອອກຈາກຄຸກຢ່າງມະຫັດສະຈັນໃນຄໍ່າຄືນວັນທີ 24 ພຶດສະພາ ປີ 1960 ລວມມີ: ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີທົນ ກົມມະດຳ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ໝື່ນ ສົມວິຈິດ, ທ່ານ ສີຊະນະ ສີສານ, ທ່ານ ມາ ໄຂຄຳພິທູນ, ທ່ານ ຄໍາຜາຍ ບຸບຜາ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາສົມບູນ ວົງໜໍ່ບຸນທໍາ, ທ່ານ ເພົ້າ ພິມມະຈັນ, ທ່ານ ຄໍາເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ວົງອີສານ.

ຂໍ້ມູນຈາກ: Lao National Radio