ເອົາໃຈຄົນມັກກຸ້ງ ກັບເມນູ “ຂົ້ວກະເພົາກຸ້ງ”

111

ໃບກະເພົາເປັນຜັກທີ່ຊ່ວຍຕ້ານໄຂ້ຫວັດໄດ້ ແລະ ຄົນຈະນິຍົມຮັບປະທານເປັນເມນູ ຂົ້ວກະເພົາຕ່າງໆ ບໍ່ວ່າຈະເປັນກະເພົາໝູ, ໄກ່, ກຸ້ງ ແລະ ອື່ນໆ ເມນູໃນມື້ນີ້ເຮົາຈະມານຳສະເໜີກໍຄື ຂົ້ວກະເພົາກຸ້ງ ໂດຍທ່ານສາມາດໃສ່ກຸ້ງສົດຕາມໃຈມັກໄດ້ເລີຍ ເຮົາມາເບິ່ງສ່ວນປະກອບຕ່າງໆເພີ່ມກັນເລີຍ.

ສ່ວນປະກອບ: ກຸ້ງສົດແກະເປືອກຜ່າຫຼັງ, ໃບກະເພົາ, ໝາກເຜັດສົດ, ນ້ຳຕານຊາຍ, ນ້ຳປາ, ນ້ຳມັນຫອຍ, ໄຂ່ດາວ ແລະ ເຂົ້າຈ້າວຫຸງຮ້ອນໆ.

ວິທີປຸງແຕ່ງ

1 ຕຳ ຫຼື ສັບ ໝາກເຜັດສົດກັບກະທຽມກຽມໄວ້.

2 ໃສ່ນ້ຳມັນພືດລົງໄປໃນໝໍ້ກະທະ ໝໍ້ຮ້ອນແລ້ວໃສ່ກະທຽມກັບໝາກເຜັດທີ່ກຽມໄວ້ລົງໄປຈຽວຈົນຫອມ.

3 ໃສ່ກຸ້ງລົງໄປຂົ້ວໃຫ້ສຸກ ປຸງລົດຊາດດ້ວຍ ນ້ຳຕານຊາຍ, ນ້ຳປາ, ແລະ ນ້ຳມັນຫອຍ ຕື່ມນ້ຳຕົ້ມສຸກເລັກໜ້ອຍ ຫຼື ບໍ່ຕື່ມກໍໄດ້ ຂົ້ວໃຫ້ເຂົ້າກັນ.

4 ໃສ່ໃບກະເພົາ ເຂົ້າໃຫ້ເຂົ້າກັນອີກເທື່ອໜຶ່ງ ຈາກນັ້ນຕັກອອກໃສ່ຈານ ເສີບພ້ອມກັບເຂົ້າຈ້າວຮ້ອນໆພ້ອມໄຂ່ດາວ ເປັນອັນຮຽບຮ້ອຍ.