ເປີດໃຈ 2 ນັກເຕະຈາກພາກໃຕ້ ຫຼັງຖືກເລືອກເຂົ້າຄັດທີມຊາດ ຢູ 19 ທີ່ນະຄອນຫຼວງວຽງຈັນ

112

ກ່ອນໜ້ານີ້ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີທີ່ສ້າງປະຫວັດສາດຜ່ານເຂົ້າຮອບສຸດທ້າຍໃນການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮຸ່ນອາຍຸ 19 ປີ ເຊິ່ງຮອບສຸດທ້າຍຈະໄປແຂ່ງຂັນທີ່ປະເທດອຸດສະເບກິດສະຖານ ໃນທ້າຍປີນີ້ ໄດ້ລົງພາກໃຕ້ເພື່ອໄປຄັດເລືອກນັກກີລາ ຄັ້ງທໍາອິດວັນທີ 18 – 19 ມັງກອນ 2020 ສາມາດຄັດເລືອກໄດ້ 35 ຄົນ ຈາກທັງໝົດ 350 ກວ່າຄົນ. ຕໍ່ມາວັນທີ 27 – 28 ມິຖຸນາ 2020 ໄດ້ມີການຄັດເລືອກຮອບ 2 ທີ່ສະໜາມກີລາແຂວງຈຳປາສັກ ( ຫຼັກ 2 ນະຄອນປາກເຊ ).

ຜົນຄັດເລືອກສາມາດຄັດໄດ້ 8 ນັກເຕະທີ່ດີທີ່ສຸດຈາກພາກໃຕ້ ເຊິ່ງທັງ 8 ນັກກີລາແມ່ນໄດ້ເຂົ້າສູນຝຶກຊ້ອມ ແລະ ກຽມຄັດຕົວຮອບສຸດທ້າຍທີ່ນະຄອນຫຼວງວຽງຈັນ ຄັ້ງທໍາອິດນັບຕັ້ງແຕ່ວັນທີ 6 ມິຖຸນາ 2020 ແລະ ຈະມີການຄັດນັກເຕະທີມຊາດ ຢູ 19 ຮອບສຸດທ້າຍ ກ່ອນເຂົ້າຮ່ວມລາຍການດັ່ງກ່າວ ຕ້ອງເອົາໃຈຊ່ວຍ 8 ນັກເຕະຈາກພາກໃຕ້ ມື້ນີ້ທີມງານພວກເຮົາໄດ້ໂອກາດສໍາພາດນັກກີລາຈໍານວນ 8 ຄົນດັ່ງກ່າວ ເພື່ອນໍາເອົາຄວາມຮູ້ສຶກ, ເຄັດລັບ ແລະ ຄວາມຫວັງຂອງນ້ອງໆມາໃຫ້ຜູ້ອ່ານໄດ້ຮູ້ນໍາກັນ ໂດຍສະບັບນີ້ຈະເລີ່ມກັນທີ 2 ຄົນທໍາອິດ ( ສ່ວນອີກ 6 ຄົນຈະມາແນະນໍາໃນສະບັບໜ້າ ).

ເລີ່ມກັນທີ່ຄົນທໍາອິດທີ່ສາມາດ ຜ່ານການຄັດເລືອກຄື ທ້າວ ກິແກ້ວ ໄຊບຸນຕັກ ອາຍຸ 19 ປີເກີດທີ່ບ້ານມິດສໍາພັນ ເມືອງສະໜາມໄຊ ເຊິ່ງເປັນ 1 ດຽວຈາກ ແຂວງອັດຕະປືື ປັດຈຸບັນແມ່ນ ຮຽນຢູ່ ມະຫາວິທະຍາໄລ ຈໍາປາສັກ ແຂວງຈໍາປາສັກ ຫຼິ້ນຕໍາແໜ່ງກອງກາງ ເຊິ່ງປັດຈຸບັນແມ່ນຍັງບໍ່ມີສັງກັດສະໂມສອນ, ສ່ວນເສັ້ນທາງບານເຕະຂອງນ້ອງແມ່ນເລີ່ມຫຼິ້ນບານເຕະມາຕັ້ງແຕ່ຕອນຮຽນ ປ 4 ໂດຍແຮງຜັກດັນໃຫ້ຮຶດສູ້ແມ່ນຕອນນັ້ນນ້ອງຊື້ເກີບບານເຕະຄູ່ທໍາອິດ ທັງທີ່ຫາກໍເລີ່ມຫຼິ້ນບານເຕະໃໝ່ໆ ໄດ້ມີຄົນເວົ້າໃຫ້ວ່າເຕະບໍ່ເປັນ ເຮັດໃຫ້ມີໃຈຢາກເຕະບານໃຫ້ເກັ່ງ ເພື່ອລົບຄໍາປະໝາດດັ່ງກ່າວ ຈິ່ງໄດ້ຝຶກຊ້ອມ ແລະ ໄດ້ຮຽນຮູ້ນໍາໝູ່.

ສໍາລັບເຄັດລັບການຊ້ອມບານຂອງນ້ອງແມ່ນ ຈະວາງຕາຕະລາງຊ້ອມ ແລະ ເຕະບານທຸກໆມື້ໆ ຫຼັງເລີກຮຽນ ຈົນຫຼ້າສຸດໄດ້ໂອກາດເຂົ້າຄັດເລືອກທີມຊາດຊຸດນີ້ ກໍສາມາດຜ່ານໃນ 2 ຮອບທໍາອິດ. ແນ່ນອນນ້ອງມີຄວາມສຸກຫຼາຍ ເພາະນ້ອງຕັ້ງຄວາມຫວັງສູງຢາກຕິດທີມຊາດລາວ ເຊິ່ງການຂຶ້ນມາຝຶກຊ້ອມກັບທີມຊາດຊຸດນີ້ ນ້ອງກໍໄດ້ຮຽນຮູ້ປະສົບການກັບທີມຊາດຊຸດເກົ່າ, ໄດ້ຄວາມຮູ້ທັກສະໃໝ່ຈາກຄູຝຶກຕ່າງປະເທດ ທີ່ເຮົາບໍ່ເຄີຍໄດ້ຮຽນຮູ້ ແລະ ຖ້າຫາກວ່າໄດ້ຕິດທີມຊາດຊຸດນີ້ກໍຈະເຮັດໃຫ້ດີທີ່ສຸດ.

ສ່ວນຄົນທີ 2 ເປັນ ທ້າວ ທິວາກອນ ໂພທິລາດ ຈາກເມືອງປາກເຊ ແຂວງຈໍາປາສັກ ອາຍຸ 19 ປີຫຼິ້ນຕໍາແໜ່ງຜູ້ຮັກສາປະຕູ ປັດຈຸບັນແມ່ນຮຽນຈົບ ມໍ ປາຍແລ້ວ ກ່າວວ່າ: ຈຸດເລີ່ມຕົ້ນຂອງນ້ອງແມ່ນເຫັນຮຸ່ນອ້າຍເຕະຈົນເປັນທີ່ຮັກມັກ ກ່ອນຈະເລີ່ມເຕະມາແຕ່ນ້ອຍ ໂດຍມີຄອບຄົວໃຫ້ການສະໜັບສະໜູນ ເພາະຢາກໃຫ້ຫ່າງໄກຈາກສິ່ງເສບຕິດ.

ເຄັດລັບການເປັນນັກເຕະຂອງນ້ອງແມ່ນ ຕ້ອງຜັກຜ່ອນເອົາແຮງໃຫ້ພຽງພໍ ເພື່ອເກັບແຮງໄວ້ຊ້ອມໃຫ້ໜັກ, ມີລະບຽນວິໄນ ແລະ ແນ່ນອນການທີ່ນ້ອງໄດ້ສິດຂຶ້ນມາຄັັດເລືອກຢູ່ ນະຄອນຫຼວງວຽງຈັນ ນ້ອງກໍໄດ້ຫຼາຍສິ່ງຫຼາຍຢ່າງ ແລະ ແຕກຕ່າງກັນຫຼາຍ ເພາະໄດ້ຄູຝຶກທີ່ມາຈາກຕ່າງປະເທດມາສອນໃຫ້. ສໍາລັບການມາຄັດເລືອກຄັ້ງນີ້ນ້ອງກໍຫວັງມາເອົາປະສົບການ ເພື່ອກັບໄປພັດທະນາຢູ່ບ້ານໃຫ້ດີຂຶ້ນກວ່າເກົ່າ ແລະ ຖ້າຫາກວ່າ ຕິດທີມຊາດຊຸດນີ້ກໍເປັນກໍາໄລ.