ເຈົ້າໜ້າທີ່ຍຶດພ້ອມທໍາລາຍຢາສູບນໍາເຂົ້າບໍ່ຖືກຕ້ອງ 100 ກວ່າແກັດ

124

ໃນໄລຍະຜ່ານມາພົບເຫັນຢູ່ຕະຫຼອດ ສໍາລັບການລັກລອບນໍາເຂົ້າສິນຄ້າແບບບໍ່ຖືກຕ້ອງ ເຊິ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍ່ໄດ້ຍຶດ ພ້ອມທໍາລາຍຖິ້ມໃຫ້ເຫັນເລື້ອຍໆ ເພື່ອເປັນການເຕືອນສະຕິສັງຄົມເລື້ອຍມາແຕ່ ຍັງປະກົດມີຢູ່ ຊຸດນີ້ເຈົ້າໜ້າທີ່ພາສີພະແນກສືບສວນ–ສອບສວນ ແລະ ປາບປາມການລັກລອບໜີພາສີ ກົມພາສີ ກະຊວງການເງິນ ຍືດໄດ້ຢາສູບນໍາເຂົ້າບໍ່ຖືກຕ້ອງຈໍານວນ 107 ແກັດ ຫຼື 5.350 ແກັດ.

ໃນວັນທີ 9 ກໍລະກົດ 2020 ທີ່ຜ່ານມາ, ເຈົ້າໜ້າທີ່ພາສີພະແນກສືບສວນ–ສອບສວນ ແລະ ປາບປາມການລັກລອບໜີພາສີ ກົມພາສີ ກະຊວງການເງິນ, ໄດ້ຈັດພິທີທຳລາຍຢາສູບຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ຈຳນວນ 107 ແກັດ (5.350 ຕຸດ) ລວມມູນຄ່າເກືອບ 280 ລ້ານກີບທີ່ລັກລອບນຳເຂົ້າບໍ່ຖືກລະບຽບກົດໝາຍ, ໂດຍການເຂົ້າຮ່ວມຂອງທ່ານ ວົງຄຳແຫງ ວົງທະຈັກ ຮອງຫົວໜ້າກົມພາສີ ກະຊວງການເງິນ, ມີຕາງໜ້າຈາກອຸດສາຫະກຳການຄ້າ, ຫ້ອງການກະຊວງການເງິນ, ບໍລິສັດຢາສູບລາວ, ເຈົ້າໜ້າທີ່ພາສີ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ພອນສະຫວັນ ທຳມະສິດ ຫົວໜ້າພະແນກສືບສວນ–ສອບສວນ ແລະ ປາບປາມການລັກລອບໜີພາສີ ກົມພາສີ ກະຊວງການເງິນ ໃຫ້ຮູ້ວ່າ: ຢາສູບທີ່ນຳໄປທຳລາຍຖິ້ມໃນຄັ້ງນີ້ແມ່ນໄດ້ຈາກການຢຶດ, ຮິບສິນຄ້າທີ່ລັກລອບນຳເຂົ້າຊຶ່ງເປັນສິນຄ້າປະເພດລັດຄວບຄຸມຕາມກົດໝາຍພາສີ, ກົດໝາຍ ແລະ ລະບຽບການ.ທັງເປັນສິນຄ້າທີ່ບໍ່ໄດ້ເສຍພາສີ–ອາກອນຢ່າງຖືກຕ້ອງ, ບໍ່ມີເຄື່ອງໝາຍການຄ້າ, ບໍ່ໄດ້ຕິດສະແຕັມ, ບໍ່ມີຄຳແນະນຳ ຫຼື ຄຳເຕືອນໃດໆຊຶ່ງອາດຈະມີໄພອັນຕະລາຍຕໍ່ສຸຂະພາບຜູ້ບໍລິໂພກ.

ສິນຄ້າດັ່ງກ່າວໄດ້ລັກລອບເຄື່ອນຍ້າຍມາທາງເລກທີ 13 ໃຕ້ດ້ວຍລົດຕູ້ໃສ່ປ້າຍລັດ (ປອມແປງ) ເຊິ່ງເຈົ້າໜ້າທີ່ພາສີໄດ້ທຳການກວດກາຈັບກຸມ ແລະ ສ້າງບົດບັນທຶກຢຶດສິນຄ້າໃນຄັ້ງວັນທີ 23 ກໍລະກົດ 2019.ຢາສູບດັ່ງກ່າວປະກອບມີຍີ່ຫໍ້ມາໂບໂລຈຳນວນ 45 ແກັດ, ຍີ່ຫໍ້ເທັກຊັດຈຳນວນ 35 ແກັດ, ຍີ່ຫໍ້ ອີຊີເຈນ ຈຳນວນ 12 ແກັດ, ຍີ່ຫໍ້ເຊເວນພິນເຈນ 20 ແກັດລວມທັງໝົດ 107 ແກັດ (5.350 ຕຸດ) ລວມມູນຄ່າທັງໝົດເກືອບ 280 ກີບ.

ໂອກາດດຽວກັນ, ທ່ານ ວົງຄຳແຫງ ວົງທະຈັກ ຮອງຫົວໜ້າກົມພາສີ ກະຊວງການເງິນ ໃຫ້ຮູ້ຕື່ມວ່າ: ໃນທົ່ວປະເທດມີທັງໝົດ 20.478 ຄະດີ, ສະສາງແລ້ວ 20.225 ຄະດີ, ຄ້າງສະສາງ 253 ຄະດີ, ໃນນັ້ນຄະດີທີ່ເກີດຂຶ້ນຢູ່ສູນກາງ 435 ຄະດີ, ສະສາງແລ້ວ 374 ຄະດີ, ຄ້າງສະສາງ 61 ຄະດີ (ກຳລັງດຳເນີນການ); ສາມາດປະຕິບັດລາຍຮັບພາສີ–ອາກອນ 5.817 ຕື້ກວ່າກີບເທົ່າກັບ 12,99% ຂອງແຜນການປີ, ຄາດໝາຍຈະສູ້ຊົນປະຕິບັດໃຫ້ໄດ້ 32% ຂອງແຜນການປີ. ສຳລັບຄະດີທີ່ເກີດຂຶ້ນສ່ວນຫຼາຍແມ່ນຄະດີໄມ້, ພາຫະນະນຳເຂົ້າບໍ່ຖືກຕ້ອງ, ການເຄື່ອນຍ້າຍນ້ຳມັນເຊື້ອໄຟ, ເຄື່ອງໄຟຟ້າ, ເຄື່ອງອຸປະໂພກ–ບໍລິໂພກ ແລະ ອື່ນໆ.

ຂໍ້ມູນຈາກ: ກະຊວງການເງິນ