ສຳນັກຂ່າວສານຫວຽດນາມ ລາຍງານວ່າ: ທະນາຄານພັດທະນາອາຊີ ( ເອດີບີ ) ໄດ້ອະນຸມັດບ້ວງເງິນສິນເຊື່ອ ມູນຄ່າ 250 ລ້ານໂດລາສະຫະລັດ ເພື່ອຊ່ວຍກຳປູເຈຍ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ – 19.
ບ້ວງເງິນດັ່ງກ່າວຈະນຳໃຊ້ເຂົ້າໃນການຍົກສູງລະບົບສາທາລະນະສຸກ ກຳປູເຈຍ ໃຫ້ໄດ້ຮັບປະສິດທິພາບດີຂຶ້ນ, ເພີ່ມທະວີການເຄື່ອນໄຫວ ສະໜັບສະໜູນຜູ້ທີ່ທຸກຍາກ ແລະ ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງ. ພ້ອມກັນນັ້ນ, ຍັງວາງມາດຕະການຊຸກຍູ້ການຈະເລີນເຕີບໂຕສຳລັບບັນດາວິສາຫະກິດ. ໃນນັ້ນ, ລວມມີວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ.
ເອດີບີ ຍັງລະບຸວ່າ: ກຳປູເຈຍມີຄວາມສ່ຽງສູງຕໍ່ການແຜ່ລະບາດຂອງພະຍາດໂຄວິດ – 19. ຄາດວ່າເສດຖະກິດກຳປູເຈຍ ຈະຫຼຸດລົງ 5,5% ໃນປີ 2020 ເນື່ອງຈາກຂະແໜງການທ່ອງທ່ຽວ, ການສົ່ງອອກສິນຄ້າແຜ່ນແພ, ເກີບ ແລະ ອື່ນໆ ເກືອບວ່າຢຸດສະງັກ.
ຈາກບັນຫາດັ່ງກ່າວອາດຈະເຮັດໃຫ້ ກຳປູເຈຍ ມີປະຊາຊົນທຸກຍາກ ເພີ່ມຂຶ້ນ 1,3 ລ້ານຄົນ, ທ່ານ ວົງເຊ ວີໂຊດ ລັດຖະມົນຕີກະຊວງເສດຖະກິດ ແລະ ການເງິນ ກຳປູເຈຍ ກ່າວວ່າ: ລັດຖະບານກຳປູເຈຍ ໄດ້ຈັດສັນງົບປະມານ 1,16 ຕື້ໂດລາສະຫະລັດ ເພື່ອຮັບມືກັບຜົນກະທົບຕໍ່ເສດຖະກິດ – ສັງຄົມ ຈາກການລະບາດຂອງພະຍາດໂຄວິດ – 19, ໃນນັ້ນ 564 ລ້ານໂດລາສະຫະລັດ ນຳໃຊ້ເຂົ້າໃນຂະແໜງສາທາລະນະສຸກ ແລະ ສັງຄົມ ແລະ ອີກ 600 ລ້ານໂດລາ ໃຫ້ແກ່ການເຄື່ອນໄຫວສະໜັບສະໜູນເສດຖະກິດ ໂດຍຜ່ານບ້ວງເງິນສິນເຊື່ອໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ.