ຄົບຮອບ 111 ປີ ຂອງເຈົ້າຊາຍແດງ ວິລະບຸລຸດລາວ “The Red Prince”

327

ເນື່ອງໃນໂອກາດລະນຶກເຖິງວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 111 ປີ (13/7/1909-13/7/2020) ທີ່ໝູນວຽນມານີ້ ແລະ ເພື່ອຮໍ່າຮຽນເອົາຄຸນສົມບັດ ສິນທໍາປະຕິວັດ ອັນຜ່ອງໃສຂອງ ປະທານ ສຸພານຸວົງ ເຊິ່ງເປັນໜຶ່ງໃນບັນດາຜູ້ນໍາທີ່ດິີເດັ່ນ ພ້ອມຜົນງານອັນຍິ່ງໃຫຍ່ ແລະ ມີຄຸນງານຄວາມດີຢ່າງຫຼວງຫຼາຍໃນພາລະກິດ ປົກປັກຮັກສາ ແລະສ້າງສາປະເທດຊາດໃຫ້ປວງຊົນ ໄດ້ຢູ່ດີ ກິນດີ, ມື້ນີ້ໜັງສືພິມເສດຖະກິດການຄ້າ ຂໍນຳເອົາເນື້ອໃນສໍາຄັນກ່ຽວກັບຊີວິດ, ການເຄື່ອນໄຫວປະຕິວັດ, ຜົນງານບາງສ່ວນຂອງປະທານ ສຸພານຸວົງ ມາເຜຍແຜ່ໃຫ້ລູກຫລານຄົນຮຸ່ນຫຼັງໄດ້ຮຽນຮູ້ ແລະ ສຶກສາປະຫວັດຂອງເພິ່ນອັນເປັນທີ່ຮັກ.

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ເດືອນ ກໍລະກົດ ປີ 1909 ທີ່ ແຂວງຫຼວງພະບາງ ເປັນເຊື້ອເຈົ້າລ້ານຊ້າງຫຼວງພະບາງ ພ້ອມທັງເປັນປະທານປະເທດລາວ ຜູ້ທຳອິດຫຼັງຈາກປ່ຽນແປງການປົກຄອງຈາກຣາຊາອານາຈັກລາວ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອ ຄ.ສ 1975 ທີ່ທົ່ວໂລກຮູ້ຈັກ ໃນນາມ ເຈົ້າຊາຍແດງ ຫຼື “The Red Prince”.

ປະທານ ສຸພານຸວົງ ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາ ອຸປະຣາດ ບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ບຸດຂອງພຣະຊາຍາເອກ ແລະ ເຈົ້າສຸວັນນະຣາດ ເປັນບຸດທີ່ເກີດຈາກ ເຈົ້າຍິງລຳດັບທີ 9.

ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງໃນຫຼວງພະບາງແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ້ຍ ເຮັດໃຫ້ ເພິ່ ນມີຄວາມສຳພັນຢ່າງໜຽວແໜ້ນກັບຫວຽດນາມມາໂດຍຕະຫຼອດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງ ທີ່ ປາຣີ ປະເທດຝຣັ່ງ ໄດ້ເດີນທາງກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງຄຳ ສຸພານຸວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.

ໃນປີ ຄ.ສ 1946 ເພິ່ນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ເມືອງທ່າແຂກ ລະຫວ່າງໜີຂ້າມແມ່ນ້ຳຂອງ ຂ້າມໄປຝັ່ງໄທ.

ເພິ່ນໄດ້ສ້າງຕັ້ງກອງທັບປົດປ່ອຍປະຊາຊົນລາວ ໃນເມືອງຊຳເໜືອ, ແຂວງຫົວພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮຈິມິນ ເຊິ່ງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີ ຂະບວນການປະເທດລາວກໍສາມາດ ປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງຊຳເໜືອ, ແຂວງຫົວພັນ ແລະ ແຂວງຜົ້ງສາລີ.

ຄ.ສ 1953 ຝຣັ່ງໄດ້ຈັດຕັ້ງລັດຖະບານປະສົມຊົ່ວຄາວຂື້ນ ຢູ່ພາຍໃຕ້ການນຳຂອງນາຍົກລັດຖະມົນຕີຫຼາຍທ່ານ ທີ່ເປັນພວກຝ່າຍຂວາຈັດ ໄດ້ແກ່ເຈົ້າ ສຸວັນນະຣາດ ແລະ ເຈົ້າສຸວັນນະພູມມາ.

ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານກໍໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະຖານະເຈົ້າຊາຍ ຕັ້ງແຕ່ສະໄໝເກົ່າ.

ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ຈົນເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳ ແໜ່ງປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມື່ອເດືອນ ມີນາ ຄ.ສ 1991.

ເພິ່ນໄດ້ເຖິງແກ່ກຳ ເມື່ອວັນທີ 9 ມັງກອນ 1995 ທີ່ ນະຄອນຫຼວງວຽງຈັນ.

ປະຫວັດການສຶກສາ

ເມື່ອອາຍຸໄດ້ 7 ປີ ໄດ້ເຂົ້າຮຽນຢູ່ ໂຮງຮຽນປະຖົມສຶກສາ ທີ່ ແຂວງຫຼວງພະບາງ.

ຄ.ສ 1920 ໄປສຶກສາຕໍ່ຊັ້ນມັດທະຍົມສຶກສາ ທີ່ ນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ.

ຄ.ສ 1937 ສຳເລັດການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງ ທີ່ ປາຣີ ປະເທດຝຣັ່ງ.

ເມື່ອສຳເລັດການສຶກສາໄດ້ເຮັດວຽກເປັນວິສະວະກອນ ທີ່ ສຳນັກງານໂຍທາເມືອງຢາຈາງປະເທດຫວຽດນາມ.

ວັນແຫກຄຸກຄັ້ງປະຫວັດສາດຂອງທ່ານຜູ້ນຳ ວັນທີ 23 ພຶດສະພາ 1960.

ປະຫວັດດ້ານການເມືອງ

ຫຼັງຈາກທີ່ ທ່ານ ໂຮຈິມິນ ໄດ້ຕັ້ງ ພັກກອມມູນິດອິນດູຈີນ ເມື່ອ ປີ ຄ.ສ 1937 ທ່ານ ສຸພານຸວົງ ກໍໄດ້ເຂົ້າຮ່ວມເປັນສະມາຊິກພັກ ແລະ ເປັນຜູ້ນຳປະຊາຊົນລາວໃນການຕໍ່ສູ້ເພື່ອຮຽກຮ້ອງເອກະລາດ ຈາກພວກລ່າເມືອງຂື້ນຝຣັ່ງ ແລະ ເປັນຜູ້ນຳພັກປະຊາຊົນປະຕິວັດລາວ ໃນຍຸກກໍ່ຕັ້ງພັກ ແລະ ເມື່ອມີການປ່ຽນແປງການປົກຄອງ ເມື່ອວັນທີ 2 ທັນວາ ຄ.ສ 1975 ທ່ານ ສຸພານຸວົງ ໄດ້ດຳລົງຕຳແໜ່ງເປັນປະທານປະເທດຈົນເຖິງ ປີ ຄ.ສ 1991.