ຍິນດີນໍາຊາວເມືອງສິງ ຈະໄດ້ໃຊ້ທາງປູຢາງໃນເທດສະບານເມືອງ ໄວໆນີ້

77

ວັນທີ 8 ກໍລະກົດ 2020 ທີ່ຫ້ອງປະຊຸມຫ້ອງການ ໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ເມືອງສິງ ແຂວງ ຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງເທສະບານເມືອງ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນຂ່າວ

ເຂົ້າຮ່ວມມີ ທ່ານ ຄໍາຜາຍ ສຸລີຂັນ ປະທານກວດກາພັກ – ລັດເມືອງ, ທ່ານ ສົມລິດ ພອນປະເສີດ ຮອງເຈົ້າເມືອງສິງ, ທ່ານ ສິນທະລາ ຊົມພູວິເສດ ຫົວໜ້າຫ້ອງການ ຍທຂ ເມືອງສິງ, ທ່ານ ບຸນມີ ວິຫວັນແອ້ມ ຮອງອຳນວຍການ ບໍລິສັດ ແອວເອສ ກໍ່ສ້າງຂົວທາງ ແລະ ຊົນລະປະທານ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຂັນທອງ ໄຊສົມພູ ຮອງຫົວໜ້າຫ້ອງການ ຍທຂ ເມືອງສິງ ໄດ້ຜ່ານໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ເຊິ່ງໂຄງການຈະໄດ້ປູດ້ວຍຄອນກຣີດ ແລະ ທາງປູຢາງ 2 ຊັ້ນ ເສັ້ນທາງເລກທີ 1796 ແຕ່ສາມແຍກໂຮງຂ້າສັດບ້ານຊຽງຍືນ – ສີ່ແຍກທະນາຄານການຄ້າຕ່າງປະເທດລາວ ມີໜ້າທາງກວ້າງ 7 ແມັດ, ຍາວ 2.255 ແມັດ ມູນຄ່າການກໍ່ສ້າງ 4 ຕື້ກີບ. ໂຄງການກໍ່ເສັ້ນທາງປູຄອນກຣີດເສີມເຫຼັກທາງເລກທີ 1798 ແຕ່ສີ່ແຍກຮ້ານອັດເອກະສານວິໄລພອນ – ສີ່ແຍກຫ້ອງວ່າການເມືອງ ມີໜ້າທາງກວ້າງ 9 ແມັດ, ຍາວ 195 ແມັດ ມູນຄ່າ 700 ລ້ານກີບ.

2 ໂຄງການແມ່ນນໍາໃຊ້ເງິນເກີນແຜນແຂວງຫຼວງ ນໍ້າທາ ປີ 2019 ໂດຍໄດ້ເລີ່ມລົງມືກໍ່ສ້າງນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຫາ 25 ທັນວາ 2020 ໃຫ້ສໍາເລັດ.