ໃນປີ 2019 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ພັດທະນາອຸດົມໄຊ ( ສກຈຮ ພັດທະນາອຸດົມໄຊ ) ປ່ອຍກູ້ 41 ຕື້ກີບ ເທົ່າກັບ 90% ຂອງແຜນການ ແລະ ມີຜົນກໍາໄລ 3 ຕື້ 318 ລ້ານກີບ ເທົ່າກັບ 89% ຂອງແຜນການປີ. ຫຼ້າສຸດ, ສະຖາບັນກໍໄດ້ປະກອບສ່ວນມອບອາກອນ ປະຈໍາປີ 2019 ໃຫ້ພາກລັດ ມູນຄ່າ 796 ລ້ານ ກວ່າກີບ.
ທ່ານ ສົມຈິດ ດວງມີໄຊ ອໍານວຍການ ສກຈຮ ພັດທະນາອຸດົມໄຊ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ສາມາດລະດົມເງິນຝາກໄດ້ທັງໝົດ 8.028 ຄົນ ທຽບໃສ່ແຜນການປີ 87%; ສາມາດລະດົມເງິນກູ້ໄດ້ 2.386 ຄົນ ເທົ່າກັບ 63% ຂອງແຜນການປີ. ສາມາດລະດົມເງິນຝາກໄດ້ 27 ຕື້ກີບ ເທົ່າກັບ 89%; ຍອດເຫຼືອເງິນຝາກ 40 ຕື້ກີບ ເທົ່າກັບ 86%; ລະດົມປ່ອຍເງິນກູ້ສະມາຊິກ 41 ຕື້ກີບ ເທົ່າກັບ 90%; ຍອດສິນເຊື່ອ 35 ຕື້ກີບ ເທົ່າກັບ 73%.
ສາມາດສ້າງລາຍຮັບຈາກດອກເບ້ຍໄດ້ 10 ຕື້ 700 ລ້ານກີບ ເທົ່າກັບ 97%; ລາຍຮັບອື່ນໆໄດ້ 182 ລ້ານກີບ ເທົ່າກັບ 100%; ລາຍຈ່າຍດອກເບ້ຍເງິນຝາກ 3 ຕື້ 257 ລ້ານກີບ ເທົ່າກັບ 95%; ລາຍຈ່າຍດໍາເນີນງານ 3 ຕື້ 111 ລ້ານກີບ ເທົ່າກັບ 103 %; ກໍາໄລສຸດທິໄດ້ 2 ຕື້ 522 ລ້ານກີບ ເທົ່າກັບ 89% ແລະ ສາມາດປະກອບສ່ວນພັນທະອາກອນໃຫ້ລັດໄດ້ 796 ລ້ານກວ່າກີບ ທຽບໃສ່ແຜນການປະຕິບັດໄດ້ 89%.
ສ່ວນແຜນການປີ 2020 ຕັ້ງເປົ້າສືບຕໍ່ລະດົມເງິນຝາກໃຫ້ໄດ້ 8.905 ຄົນ, ເກັບເງິນຝາກໃຫ້ໄດ້ 59 ຕື້ 372 ລ້ານກວ່າກີບ. ສ່ວນແຜນການປ່ອຍເງິນກູ້ ປີ 2020 ຈະລະດົມປ່ອຍສິນເຊື່ອໃຫ້ໄດ້ 4.448 ຄົນ ເທົ່າກັບ 50 ຕື້ກວ່າກີບ ແລະ ຄາດວ່າທ້າຍປີຈະມີຍອດລູກຄ້າ 5.300 ຄົນ ເຮັດໃຫ້ຍອດສິນເຊື່ອເພີ່ມຂຶ້ນເປັນ 59 ຕື້ 968 ລ້ານກີບ.