ພິດຈາກໂຄວິດ-19! ຄາດເສດຖະກິດນະຄອນຫຼວງວຽງຈັນ ປີນີ້ ຈະຂະຫຍາຍຕົວພຽງ 6,32%

123

ນະຄອນຫຼວງວຽງຈັນ ວາງເປົ້າໝາຍພັດທະນາເສດຖະກິດໃຫ້ຂະຫຍາຍຕົວ 9,5% ໃນປີ 2020, ແຕ່ການລະບາດຂອງພະຍາດໂຄວິດ – 19 ຈະເຮັດໃຫ້ການຂະຫຍາຍຕົວຫຼຸດແຜນທີ່ວາງໄວ້ ຄາດຄະເນຈະປະຕິບັດໄດ້ພຽງ 6,32%.

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບພົ້ນເດັ່ນຕໍ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃນໂອກາດທີ່ລົງຊີ້ນຳວຽກງານຢູ່ຫ້ອງວ່າການນະຄອນຫຼວງວຽງຈັນວ່າ: ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານອ້ອມຂ້າງ 77,8%, ກອງປະຊຸມຄະນະພັກຮາກຖານສຳເລັດ 46,6%, ສຳເລັດກອງປະຊຸມໃຫຍ່ 5 ເມືອງ ແລະ ອົງຄະນະພັກກອງບັນຊາການທະຫານ ລວມທັງສຳເລັດການດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບສຸດທ້າຍມີ 4 ອົງຄະນະພັກເມືອງ ແລະ ອົງຄະນະພັກກອງບັນຊາການ ປກສ.

ການພັດທະນາເສດຖະກິດ – ສັງຄົມໃນໄລຍະ 6 ເດືອນຜ່ານມາ ເຊິ່ງເປັນໄລຍະທີ່ກຳລັງຟື້ນຟູຈາກໄພພິບັດທາງທຳມະຊາດປີ 2019 ຊ້ຳຜັດປະເຊີນກັບການລະບາດພະຍາດໂຄວິດ – 19 ເຮັດໃຫ້ເສດຖະກິດມະຫາພາກຂະຫຍາຍຕົວບໍ່ໄປຕາມເປົ້າໝາຍທີ່ຄາດໄວ້.

ຄາດຄະເນໝົດປີນີ້ລວມຍອດຜະລິດຕະພັນພາຍໃນຈະຂະຫຍາຍຕົວໃນລະດັບ 6,32% ( ແຜນເບື້ອງຕົ້ນ 9,5% ) ມູນຄ່າປະມານ 52 ພັນຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນ 6.004 ໂດລາ ( ແຜນການວາງໄວ້ 6.120 ໂດລາ ).
ໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ການນຳນະຄອນຫຼວງ ວຽງຈັນ ເອົາໃຈໃສ່ດັ່ງນີ້:

1 ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ.

2 ສືບຕໍ່ພັດທະນາເສດຖະກິດ – ສັງຄົມໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງທາງດ້ານການກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ຍັງຮັກສາວັດທະນະທຳຮີດຄອງປະເພນີໄດ້ເປັນຢ່າງດີ ເຖິງຈະມີອຸປະສັກຫຍຸ້ງຍາກກໍສາມາດຜ່ານຜ່າໄປໄດ້.

3 ການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ສະກັດກັ້ນການນຳເຂົ້າບັນດາສິນຄ້າທີ່ບໍ່ຈຳເປັນ ແລະ ສິນຄ້າທີ່ເຮົາຜະລິດໄດ້ເອງ ໂດຍຕ້ອງສົ່ງເສີມການຜະລິດຢູ່ພາຍໃນໃຫ້ເປັນໜໍ່ແໜງ;

4 ສູ້ຊົນຊຸກຍູ້ປະຊາຊົນຜະລິດກຸ້ມຕົນເອງ ເພິ່ງຕົນເອງ ແລະ ຜະລິດເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ, ສ້າງຕະຫຼາດໄວ້ຮອງຮັບຜົນຜະລິດເພື່ອຈຳໜ່າຍແກ່ຜູ້ບໍລິໂພກ.

5 ປັບປຸງແບບແຜນວິທີເຮັດວຽກ, ການບໍລິຫານດ້ານເສດຖະກິດ – ສັງຄົມ, ວັດທະນະທຳໃຫ້ມີລະບຽບ ແລະ ສ້າງມາດຕະການປ້ອງກັນແກ້ໄຂຢ່າງເຂັ້ມງວດ.

6 ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງຄວາມໝັ້ນຄົງ, ຄວາມ ເປັນລະບຽບຮຽບຮ້ອຍທາງສັງຄົມ.

7 ສືບຕໍ່ຫຼຸດຜ່ອນປາກົດການຫຍໍ້ທໍ້ທາງສັງຄົມ ເຊັ່ນ: ຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ.

8 ຊຸກຍູ້ດ້ານວິຊາການປູກຝັງ – ລ້ຽງສັດ, ຫາແຫຼ່ງສິນເຊື່ອ ແລະ ທຶນຮອນໃຫ້ຊາວກະສິກອນຜູ້ເຮັດການຜະລິດ ໂດຍບໍ່ໃຫ້ເກັບຄ່າໃຊ້ຈ່າຍທີ່ບໍ່ຈຳເປັນກັບເຂົາເຈົ້າເພື່ອແກ້ໄຂຂອດຕ່າງໆທີ່ອັດອັ້ນຕັນໃຈກັບປະຊາຊົນ, ທັງມີນໍ້າໃຈຮັບໃຊ້ປະຊາຊົນ.

9 ສຳລັບແຮງງານລາວທີ່ກັບມາແຕ່ຕ່າງປະເທດມອບໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນເປັນເສນາທິການປະສານກັບບັນດາໂຮງຈັກ – ໂຮງງານຢູ່ໃນນະຄອນຫຼວງ ວຽງຈັນ ແລະ ຕ່າງແຂວງໃນການສອບເສັງ ຫຼື ຄັດເລືອກບັນຈຸເຂົ້າເຮັດວຽກຕາມເງື່ອນໄຂຕົວຈິງ.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງຢືນຢັນວ່າຈະເປີດດ່ານສາກົນກັບ ສສ ຫວຽດນາມ ໃນໄວໆນີ້ເປັນປະເທດທຳອິດ ພາຍຫຼັງການພົບປະສອງຝ່າຍກັບ ທ່ານ ຫວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ນະຄອນດານັງ.