ທ່ານ ດວງສີ ພະລະຍົກ ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ອຳນວຍການ ຜ-ຟຟລ ຄົນໃໝ່

286

ຄະນະຈັດຕັ້ງສູນກາງພັກ ໄດ້ມີແຈ້ງການສະບັບເລກທີ 131/ຄຈສພ ລົງວັນທີ 2 ກໍລະກົດ 2020 ໃຫ້ແຕ່ງຕັ້ງທ່ານ ດວງສີ ພະລະຍົກ ຮອງຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ ມາເປັນຜູ້ອຳນວຍການບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ ຜູ້ໃໝ່.

ແຕ່ທ່ານຜູ້ອ່ານຢ່າເຂົ້າໃຈຜິດ ເພາະບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນກັບລັດວິສາຫະກິດໄຟຟ້າລາວ ບໍ່ແມ່ນອັນດຽວກັນ ແຕ່ເປັນບໍລິສັດໜຶ່ງທີ່ແຍກອອກມາບໍລິຫານຈັດການເຂື່ອນໄຟຟ້າຕ່າງໆທີ່ລັດຖະບານເປັນເຈົ້າຂອງ ພຽງສ່ວນໜຶ່ງແບບເອກະລາດ ໃສ່ຊື່ວ່າບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ.

ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນແມ່ນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ທັນວາ 2011 ດ້ວຍທຶນຈົດທະບຽນທັງໝົດ 2,6 ພັນກວ່າຕື້ກີບ ໂດຍໄດ້ຮັບການໂອນທັງໝົດ 7 ໂຄງການເຂື່ອນໄຟຟ້າຈາກລັດວິສາຫະກິດໄຟຟ້າລາວມາ ໃນນັ້ນມີ ເຂື່ອນນ້ຳງື່ມ1, ເຂື່ອນນ້ຳເລີກ, ນ້ຳມັງ3, ນ້ຳຊອງ, ເຊເສັດ1, ເຊເສັດ2 ແລພເຊລະບຳ ມາເປັນຂອງບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນໂດຍສົມບູນ.

ຫຼັງຈາກນັ້ນມາ ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນໄດ້ຄ່ອຍໆເພີ່ມຈຳນວນທຶນຈົດທະບຽນຂຶ້ນເທື່ອລະຂັ້ນ ມາຮອດປະຈຸບັນມີທຶນຈົດທະບຽນລວມ 6,7 ພັນຕື້ກີບ.

ເຊິ່ງມາຮອດປະຈຸບັນ ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນມີເຂື່ອນໄຟຟ້າທີ່ເປັນຂອງບໍສັດຖືຮຸ້ນໂດຍກົງ 100% 10 ແຫ່ງ ລວມກຳລັງຕິດຕັ້ງ 614 MW ປະກອບດ້ວຍ ເຂື່ອນໄຟຟ້ານ້ຳງື່ມ1, ນ້ຳຄານ2, ເຂື່ອນນ້ຳຊອງ, ນ້ຳສະນາ, ເຂື່ອນນ້ຳມັງ3, ເຊເສັດ1, ເຊເສັດ2, ເຂື່ອນນ້ຳມັງ3, ເຂື່ອນຫ້ວຍລຳພັນໃຫຍ່, ເຂື່ອນນ້ຳເລີກ ແລະເຂື່ອນເຊລະບຳ. ນອກນີ້ຍັງເຂົ້າໄປຖືຮຸ້ນນຳອີກ 13 ເຂື່ອນ ແລະຖືຮຸ້ນ 60% ຂອງໂຄງການພັດທະນາໄຟຟ້າພະລັງງານທົດແທນຈາກແສງຕາເວັນອີດີແອວ-ເຈນ ໂຊລ່າພາວເວີ້.