ສື່ມວນຊົນສຸມປະກອບຄຳເຫັນ ໃສ່ຮ່າງດຳລັດ ວ່າດ້ວຍນາມະຍົດນັກຂ່າວ

75

ເພື່ອເປັນການຍ້ອງຍໍ ແລະ ສັນລະເສີນ ສື່ມວນຊົນໂດຍສະເພາະແມ່ນນັກຂ່າວໃນ ສປປ ລາວ ຜູ້ທີ່ມີຜົນງານພົ້ນເດັ່ນ ດັ່ງນັ້ນໃນວັນທີ 10 ກໍລະກົດ 2020 ທີ່ຫ້ອງປະຊຸມກະຊວງ ຖວທ; ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງໄດ້ຈັດກອງປະຊຸມ ເພື່ອປະກອບຄຳຄິດເຫັນ ໃສ່ຮ່າງດຳລັດ ວ່າດ້ວຍນາມະຍົດນັກຂ່າວ, ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງ ຖວທ, ພ້ອມມີບັນດາກະຊວງ ແລະ ຂະແໜງສື່ມວນຈາກທຸກພາກສ່ວນເຂົ້າຮ່ວມ.

ເຊິ່ງດຳລັດ ວ່າດ້ວຍນາມມະຍົດນັກຂ່າວ ທີ່ສະເໜີສ້າງຂຶ້ນໃໝ່ສະບັບນີ້ແມ່ນແມ່ນມີທັງໝົດ VIII ໝວດ ແລະ 27 ມາດຕາ.

ຈຸດປະສົງຂອງການສ້າງດຳລັດສະບັບນີ້ແມ່ນກຳນົດຫຼັກການ,ລະບຽບການ ແລະ ເງື່ອນໄຂໃນ ການມອບນາມມະຍົດໃຫ້ຜູ້ທີ່ເຄື່ອນໄຫວວຽກຖະແຫຼງຂ່າວ-ສື່ມວນຊົນ ທີ່ມີຜົນງານດີເດັ່ນ ແລະ ມີຄຸນງາມຄວາມດີ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນການປະຕິໜ້າທີ່ໃນກນພັດທະນາຂະແໜງການຂອງຕົນ ເພື່ອປະກອບສ່ວນເຂົ້າໃນພາລະພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເປັນການກະຕຸກຊຸກຍູ້ເສີມຂະຫຍາຍບົດບາດຂອງສື່ມວນຊົນລາວໃນຂະແໜງການ, ເປັນບ່ອນອີງໃນການປະຕິບັດນະໂຍບາຍອັນຊອບທຳດ້ານວັດຖຸ ແລະ ຈິດໃຈ, ດ້ານສະຫວັດດີການສັງຄົມ ແນໃສ່ຮັບປະກັນຖານະບົດບາດຂອງວຽກງານຖະແຫຼງຂ່າວ-ສື່ມວນຊົນລາວໃຫ້ສູງຂຶ້ນທັງພາຍໃນ ແລະ ສາກົນ.

ສຳລັບໝວດທີ I: ບົດບັນຍັດທົ່ວໄປ; ໝວດທີ II: ປະເພດນາມມະຍົດ ແລະ ເປົ້າໝາຍຜູ້ທີ່ຈະໄດ້ຮັບນາມມະຍົດ; ໝວດທີ III: ເງື່ອນໄຂຜູ້ໄດ້ຮັບນາມມະຍົດ; ໝວດທີ IV: ມາດຕະການຖອດຖອນນາມມະຍົດ; ໝວດທີ V: ຄະນະກຳມະການປະເມີການໃຫ້ນາມມະຍົດນັກຂ່າວ; ໝວດທີ VI: ນະໂຍບາຍຕໍ່ຜູ້ໄດ້ນາມມະຍົດ; ໝວດທີ VII: ການກວດກາ ແລະ ໝວດທີ VIII: ບົດບັນຍັດສຸດທ້າຍ.