6 ເມືອງໃນຄຳມ່ວນ ໄດ້ກວດຜ່ານມາດຕະຖານວັດແທກບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ແລະນໍ້າດື່ມແລ້ວ

119

ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ເຫັນເຖິງຄວາມສຳຄັນຂອງຜູ້ບໍລິໂພກທີ່ຕ້ອງໄດ້ມີການຊົມໃຊ້ສິນຄ້າທີ່ມີຄຸນນະພາບຄວບຄູ່ກັບມາດຕະຖານ ແລະ ຜູ້ປະກອບການທີ່ດຳເນີນທຸລະກິດກ່ຽວກັບນ້ຳມັນເຊື້ອໄຟ ແລະ ຜະລິດນ້ຳດື່ມ ເພື່ອໃຫ້ທຸກຝ່າຍໄດ້ຮັບຄວາມສະເໝີພາບກັນບໍ່ວ່າຈະເປັນຜູ້ບໍລິໂພກ ຫຼື ຜູ້ປະກອບການ ຈຶ່ງໄດ້ລົງເຄື່ອນໄຫວກວດສອບບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ແລະ ບໍລິມາດສຸດທິນໍ້າດື່ມ ແນໃສ່ຢັ້ງຢືນຄວາມຖືກຕ້ອງໃຫ້ທຸກຝ່າຍ.

ໂດຍການນຳພາຂອງ ທ່ານ ແສງຄຳ ພິມມະສອນ ຫົວໜ້າຂະແໜງ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ພະແນກ ວຕ ແຂວງຄຳມ່ວນ ເລີ່ມຕັ້ງແຕ່ວັນທີ 9 ມິຖຸນາ ຫາ ວັນທີ 6 ກໍລະກົດ 2020 ຢູ່ 6 ເມືອງ ຂອງແຂວງຄຳມ່ວນຄື: ເມືອງໜອງບົກ, ເມືອງຫີນບູນ, ເມືອງໄຊບົວທອງ, ເມືອງຍົມມະລາດ, ເມືອງນາກາຍ ແລະ ເມືອງເຊບັ້ງໄຟ ເຈົ້າໜ້າທີ່ຈາກພະແນກວິທະຍາສາດ ແລະເຕັກໂນໂລຊີລ້ວນເຂົ້າກວດກາຢ່າງທົ່ວເຖິງ.

ໃນນີ້ການກວດສອບບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ແມ່ນສາມາດກວດໄດ້ທັງໝົດ 42 ປໍ້າ ມີ 139 ຫົວຈ່າຍ; ບໍລິມາດສຸດທິນໍ້າດື່ມ ແມ່ນກວດໄດ້ 18 ໂຮງງານ ມີ 18 ຂະໜາດ. ຜ່ານການລົງກວດ ກາຕົວຈິງເຫັນວ່າ ບັນດາເຈົ້າຂອງປ້ຳນ້ຳມັນເຊື້ອໄຟ ແລະ ເຈົ້າຂອງໂຮງງານນ້ຳດື່ມ ແມ່ນໄດ້ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃນການລົງເຄື່ອນໄຫວວຽກງານໃນແຕ່ລະຄັ້ງ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂົ້າໃຈ ແລະ ຄວາມສຳຄັນຂອງວຽກງານກວດສອບເພື່ອປົກປ້ອງຜູ້ປະກອບການ ແລະ ຜູ້ຊົມໃຊ້ບໍ່ໃຫ້ເກີດມີການເອົາປຽບເຊິ່ງກັນ ແລະ ກັນ ທີ່ສຳຄັນເຫັນວ່າແຕ່ຫົວໜ່ວຍແມ່ນໄດ້ມາດຕະຖານ.