ຊ່ວຍບັນເທົາຫວັດໄດ້ ເມນູ “ໄກ່ຂົ້ວຂິງ”

131

ຂິງ ເປັນໜຶ່ງສະໝຸນໄພທີ່ຊ່ວຍໃນການບັນເທົາອາການຫວັດ ສຳລັບໃຜທີ່ກຳລັງບໍ່ສະບາຍໃນຊ່ວງທີ່ອາການປ່ຽນແປງດຸແບບນີ້ ທ່ານສາມາດລອງເອົາເມນູນີ້ໄປປຸງແຕ່ງກັນໄດ້ ເພື່ອຊ່ວຍບັນເທົາອາການທີ່ເປັນຢູ່ໃນຕອນນີ້ ຫຼື ໃນຊ່ວງທີ່ບໍ່ສະບາຍ ກັບເມນູໄກ່ຂົ້ວຂິງ ໃຜທີ່ບໍ່ມັກຊີ້ນໄກ່ ກໍສາມາດດັດແປງເປັນຊີ້ນສັດປະເພດອື່ນໆກໍໄດ້.

ສ່ວນປະກອບ

ເມນູໄກ່ຂົ້ວຂິງມີ ຊີ້ນໄກ່ຊອຍເປັນຕ່ອນນ້ອຍພໍດີຄຳ, ໝາກເຜັດຂີ້ໜູດິບຊອຍ, ຫອມບົ່ວໃຫຍ່ຊອຍເປັນຕ່ອນບາງ, ຂິງຊອຍເປັນຕ່ອນຍາວນ້ອຍໆ, ເຫັດຫູໜູ, ກະທຽມສັບ, ນ້ຳຕານ, ນ້ຳປາ, ນ້ຳມັນຫອຍ, ສະອິ໊ວຂາວ, ຜົງປຸງລົດຊາດ ແລະ ນ້ຳມັນພືດ.

ວິທີຂົ້ວ

1 ຕັ້ງໝໍ້ໃສ່ນ້ຳມັນໃຫ້ຮ້ອນ ເອົາກະທຽມລົງໄປຈຽວໃຫ້ຫອມ.

2 ໃສ່ຊີ້ນໄກ່ທີ່ກຽມໄວ້ລົງໄປຂົ້ວໃຫ້ເຂົ້າກັນຈົນຊີ້ນໄກ່ສຸກ.

3 ປຸງລົດຊາດດ້ວຍເຄື່ອງປຸງຕ່າງໆ ແລະຂົ້ວໃຫ້ເຂົ້າກັນ.

4 ໃສ່ຂິງ ຫອມບົວໃຫຍ່ ແລະ ໝາກເຜັດຂີ້ໜູດິບລົງໄປ ຂົ້ວໃຫ້ມີກິ່ນຫອມຂອງຂິງ ກໍຕັກໃສ່ຈານພ້ອມເຂົ້າຈ້າວຮ້ອນໆ ພ້ອມກິນໄດ້ເລີຍ.

ສັດສ່ວນຂອງສ່ວນປະກອບ ແລະ ເຄື່ອງປຸງ ໄກ່ຂົ້ວຂິງແມ່ນຕາມຈຳນວນຄົນຮັບປະທານ ລົດຊາດແມ່ນຕາມໃຈມັກເລີຍ.