ເພີ່ມຈາກປີກາຍອີກ 5ລ້ານໂຕ! ກະສິກຳຕັ້ງເປົ້າປ່ອຍປາສູ່ທໍາມະຊາດໃຫ້ໄດ້ 55ລ້ານໂຕ

279

ເພື່ອຄືນຄວາມສົມດູນໃຫ້ທໍາມະຊາດ ພ້ອມສະແດງໃຫ້ເຫັນເຖິງການຮູ້ໃຊ້ຮູ້ທົດແທນຄືນ ໃນທຸກໆປີກະຊວງກະສິກໍາ ແລະ ປ່າໄມ້ ຈິ່ງມີພິທີປ່ອຍປາຄືນສູ່ທໍາມະຊາດຈໍານວນຫຼາຍລ້ານໂຕ ແລະ ປີນີ້ກໍ່ເຊັ່ນດຽວກັນ ກະຊວງດັ່ງກ່າວມີແຜນຈະປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ໜອງ, ບຶງ, ອ່າງເກັບນ້ຳ ບໍ່ໃຫ້ຫຼຸດ 55 ລ້ານໂຕ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ແມ່ນ້ຳສາຍຕ່າງໆ ແລະ ລະບົບນິເວດ.

ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ວັນທີ 13 ກໍລະກົດ ທຸກປີເປັນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າ ແຫ່ງຊາດ ແລະ ເປັນວັນທີ່ມີຄວາມໝາຍທາງປະຫວັດສາດຄື ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ, ເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນໃຫ້ມີສະຕິຮັກ ແລະ ຫວງແຫນສັດນ້ຳ-ສັດປ່າ ແລະ ອື່ນໆ.

ພາບປະກອບຂ່າວເທົ່ານັ້ນ

ສຳລັບປີ 2020 ນີ້ ໄດ້ຊຸກຍູ້ພະນັກງານວິຊາການປະຈຳບັນດາສະຖານີຜະລິດລູກປາຂອງລັດ, ເອກະຊົນ ແລະ ຄອບຄົວຜະລິດລູກປາ ເພື່ອຕອບສະໜອງໃຫ້ແກ່ການປ່ອຍປາຢ່າງພຽງພໍ ແລະ ຕາມແຜນແລ້ວ, ໃນທົ່ວປະເທດຈະປ່ອຍປາລົງແມ່ນໍ້າທໍາມະຊາດບໍ່ໃຫ້ຫລຸດ 55 ລ້ານໂຕ ເປັນຕົ້ນມີ: ປາປາກ, ປາກົດ, ປາເໝັ້ນ, ປາແກງ, ປາເຄິງ. ສ່ວນຕາມໜອງ, ອ່າງນ້ຳ ຈະປ່ອຍປານິນ, ປາໄນ, ປາກິນຫຍ້າ, ປາດຸກ ແລະ ປາຊະນິດອື່ນໆ. ໃນຂະນະທີ່ປີ 2019 ຜ່ານມາ ໄດ້ປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ອ່າງເກັບນ້ຳ, ບຶງ ແລະ ໜອງ 50 ລ້ານໂຕ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ນາງ ວິໄລພອນ ວໍລະພິມ ກ່າວຕື່ມວ່າ: ສຳລັບມາດຕະການຄຸ້ມຄອງຫຼັງການປ່ອຍປາແລ້ວ ຈະໄດ້ຈັດຕັ້ງຄະນະກຳມະການຮັບຜິດຊອບໂດຍອົງການປົກຄອງບ້ານ, ປະຊາຊົນເປັນເຈົ້າການຄຸ້ມຄອງ, ຮັກສາ ແລະ ມີລະບຽບຂໍ້ຫ້າມຕ່າງໆ. ພ້ອມທັງ, ມີການປູກຈິດສຳນຶກໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຄວາມສຳຄັນ, ຄຸນປະໂຫຍດຂອງປາ ແລະ ສັດນ້ຳ ໂດຍຜ່ານການຝຶກອົບຮົມ, ເຜີຍແຜ່ລະບຽບກົດໝາຍທີ່ກ່ຽວຂ້ອງຜ່ານສື່ຕ່າງໆ. ນອກນີ້, ຍັງໄດ້ອອກແຈ້ງການຫ້າມນຳໃຊ້ເຄື່ອງມືຫາປາແບບຜິດກົດໝາຍເຊັ່ນ: ທາດເບື່ອ, ລະເບີດ, ເຄື່ອງໄຟຟ້າ ແລະ ເຄື່ອງມືຫາປາອື່ນໆທີ່ຕ້ອງຫ້າມ.