ສະຫະລັດ ເລີ່ມຂະບວນການຖອນຕົວອອກຈາກ WHO

119

ສະຫະລັດອາເມຣິກາ ໄດ້ສົ່ງໜັງສືເຖິງອົງການສະຫະປະ ຊາຊາດ ( ສປຊ ) ກ່ຽວກັບການແຈ້ງການຖອນຕົວອອກຈາກອົງການອະນາໄມໂລກ ຫຼື WHO ເຊິ່ງຈະມີຜົນຢ່າງເປັນທາງການໃນອີກ 1 ປີຂ້າງໜ້າ, ການຕັດສິນໃຈຂອງອາເມຣິກາ ຖືວ່າເປັນການຕັດສາຍພົວພັນອອກຈາກອົງການດ້ານສາທາລະນະສຸກ ຂອງສາກົນຢ່າງເປັນທາງການດັ່ງທີ່ປະທານາທິບໍດີ ໂດນັນ ທຣັມ ເຄີຍເອີ່ຍວາຈາໄວ້.

ຖະແຫຼງການຂອງກະຊວງການຕ່າງປະເທດອາເມຣິກາ ລະບຸວ່າ: ປະທານາທິບໍດີ ໂດນັນ ທຣັມ ໄດ້ເຊັນໜັງສືທີ່ສົ່ງເຖິງ ທ່ານ ອານໂຕນີໂອ ກູເຕຣເຣສ ເລຂາທິການອົງການ ສປຊ ໂດຍໜັງສືດັ່ງກ່າວໄດ້ແຈ້ງວ່າສະຫະລັດອາເມຣິກາ ຈະຖອນຕົວອອກຈາກສະມາຊິກອົງການອະນາໄມໂລກ ໂດຍຈະມີຜົນຢ່າງເປັນທາງການ ໃນວັນທີ 6 ກໍລະກົດ 2021.

ດ້ານສຳນັກງານເລຂາທິການ ສປຊ ຢືນຢັນວ່າ: ໄດ້ຮັບໜັງສືດັ່ງກ່າວຮຽບຮ້ອຍແລ້ວ ແລະ ຈະນຳເຂົ້າສູ່ຂະບວນການພິຈາລະນາ ເພື່ອເຮັດໃຫ້ການສິ້ນສຸດສະຖານະພາບການເປັນສະມາຊິກເປັນໄປຕາມຂະບວນການ, ຂັ້ນຕອນ ແລະ ເງື່ອນໄຂ ໂດຍໜຶ່ງໃນຂະບວນການນັ້ນ ສະຫະລັດຕ້ອງຈັດການຂໍ້ກຳນົດດ້ານການເງິນໃຫ້ສຳເລັດ ກ່ອນສິ້ນສຸດສະຖານະພາບການເປັນສະມາຊິກ.