ຮ່ວມລຸ້ນ 11 ກໍລະກົດນີ້ ໃຜຈະຄວ້າຕໍາແໜ່ງ Miss heavy Queen Laos ຄົນທໍາອິດ

104

ມາຮ່ວມລຸ້ນໄປພ້ອມໆກັນ ວ່າໃຜຈະສາມາດຄວ້າຕໍາແໜ່ງມົງກຸດ Miss heavy Queen Laos ຄົນທໍາອິດຂອງລາວໄປໄດ້ ຫຼັງມີການເປີດຕົວຜູ້ເຂົ້າຮ່ວມປະກວດທັງ 27 ຄົນ ໄປເມື່ອວັນທີ 6 ກໍລະກົດ 2020 ທີ່ຜ່ານມາ.

ໂຄງການປະກວດ heavy Queen Laos 2020 ເປັນໂຄງການປະກວດທີ່ເປີດໂອກາດໃຫ້ສາວອວບໃນທົ່ວປະເທດ ກ້າທີ່ຈະສະແດງທຸກ ຄວາມສາມາດ ແລະ ຄວາມງົດງາມທີ່ຕົນເອງມີຢູ່ໃຫ້ສັງຄົມໄດ້ປະຈັກຕາ ແລະ ທີ່ສໍາຄັນແມ່ນການສ້າງຄວາມກ້າໃຫ້ສາວອວບທໍາລາຍກໍາແພງປິດກັ້ນ ພ້ອມເສີມສ້າງຄວາມໝັ້ນໃຈໃຫ້ຕົນເອງ ກ້າຄິດກ້າທໍາກ້າສະແດງອອກ ບໍ່ໃສ່ໃຈຕໍ່ຄໍາເວົ້າດູໝິ່ນຂອງຄົນອ້ອມຂ້າງ.

ຈາກການປາກົດຕົວຂອງສາວອວບທັງ 27 ຄົນ ໃນໂຄງການດັ່ງກ່າວແມ່ນສ້າງສຽງຮືຮາໃຫ້ກັບວົງການປະກວດຂອງລາວບໍ່ໜ້ອຍ ເນື່ອງຈາກເປັນເວທີທໍາອິດ ແລະ ເກີດຂຶ້ນເປັນຄັ້ງທໍາອິດໃນລາວ ເຊິ່ງຜູ້ເຂົ້າປະກວດທັງໝົດລ້ວນພົກຄວາມໝັ້ນໃຈມາເກີນຮ້ອຍ ກຽມພ້ອມແຂ່ງຂັນທຸກດ່ານທົດສອບເພື່ອຍາດເອົາມົງກຸດຈາກເວທີນີ້.

ຮອບຕັດສິນແມ່ນຈະຈັດຂຶ້ນໃນວັນທີ 11 ກໍລະກົດນີ້ ເຊິ່ງເຫຼືອເວລາພຽງ 1 ມື້ເທົ່ານັ້ນ ພວກເຮົາກໍຈະໄດ້ຮູ້ກັນແລ້ວວ່າໃຜທີ່ຈະສາມາດ ຄວ້າຕໍາແໜ່ງ Miss heavy Queen Laos ຄົນທໍາອິດຂອງລາວໄປໄດ້ ແລະ ແນ່ນອນວ່າໃນມື້ນັ້ນທີມຂ່າວບັນເທີງຂອງພວກເຮົາກໍຈະນໍາມາອັບເດດໃຫ້ທຸກທ່ານໄດ້ຮູ້ນໍາກັນແນ່ນອນ.