ຊົມເຊີຍ! ປະກາດເມືອງທົ່ງມີໄຊ ແຂວງໄຊຍະບູລີ ເປັນເມືອງສາມັກຄີປອງດອງ

143

ພິທີປະກາດເມືອງທົ່ງມີໄຊ ແຂວງໄຊຍະບູລີ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຈັດຂຶ້ນວັນທີ 9 ກໍລະກົດ 2020 ນີ້ ທີ່ສະໂມສອນຂອງເມືອງດັ່ງກ່າວ ເປັນກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ຄໍາສິງ ສໍລະສຸກ ປະທານແນວລາວສ້າງຊາດແຂວງ, ມີພະນັກງານຫຼັກແຫຼ່ງຂອງເມືອງ, ພະນັກງານບໍານານ – ອາວຸໂສ, ປະທານແນວແຕ່ລະບ້ານ ແລະ ແຂກຮັບເຊີນຈາກເມືອງປາກລາຍເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ອາລຸນສັກ ລິນທະວົງ ຮອງເລຂາພັກເມືອງ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງແມ່ນໄດ້ເຄື່ອນໄຫວເປັນສອງໄລຍະ ຄື: ໄລຍະປະຕິບັດໂຄງການພັດທະນາກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ ມີ 6 ເນື້ອໃນ, ໄລຍະທີ່ສອງແມ່ນການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ຜ່ານການແຂ່ງຂັນເຫັນວ່າ ມີ 13 ບ້ານ ທີ່ຈັດຕັ້ງປະຕິບັດ ແລະ ໄດ້ປະກາດເປັນບ້ານສາມັກຄີປອງດອງແລ້ວ 13 ບ້ານ.

ພາບປະກອບຂ່າວເທົ່ານັ້ນ

ຈໍານວນຄອບຄົວທີ່ໄດ້ກວດກາທັງໝົດ 1.998 ຄອບຄົວ ຂອງຄອບຄົວທັງໝົດ 2.015 ຄອບຄົວ, ຄອບຄົວຖືກຮັບຮອງເປັນຄອບຄົວສາມັກຄີປອງດອງ 1.983 ຄອບຄົວ ໂດຍປະຕິບັດຕາມ 4 ມາດຖານຂອງຄອບຄົວສາມັກຄີປອງດອງ ຄື: ມາດຖານທີ 1 ປະຕິບັດໄດ້ 98,54%, ມາດຖານ 2 ປະຕິບັດໄດ້ 97,54%, ມາດຖານ 3 ປະຕິບັດໄດ້ 99,44% ແລະ ມາດຖານ 4 ປະຕິບັດໄດ້ 99,54% ແລະ 5 ມາດຖານຂອງບ້ານ: ມາດຖານທີ 1 ປະຕິບັດໄດ້ 91,69%, ມາດຖານ 2 ປະຕິບັດໄດ້ 88,3%, ມາດຖານ 3 ປະຕິບັດໄດ້ 92,69%, ມາດຖານ 4 ປະຕິບັດໄດ້ 90,23% ແລະ ມາດຖານ 5 ປະຕິບັດໄດ້ 90,56%.