ນາຍົກລັດຖະມົນຕີ ລົງຊຸກຍູ້ການຜະລິດຢູ່ເມືອງໄຊທານີ

96

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລົງເຄື່ອນໄຫວຢ້ຽມຢາມພື້ນຖານການ ຜະລິດຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ກຸ່ມປູກພືດຜັກອິນຊີຢູ່ບ້ານທົ່ງມັ່ງ, ຢ້ຽມຢາມໂຮງງານ ໂຄຄາໂຄລາ ລາວ, ໂຮງງານຜະລິດຫົວອາຫານສັດຊີພີລາວ ແລະ ໂຮງງານຜະລິດທໍ່ນໍ້າ ໂຕໂຢລາວ ໃນວັນທີ 9 ກໍລະກົດຜ່ານມາ.

ສຳລັບການຢ້ຽມຢາມໂຮງງານຜະລິດທໍ່ນ້ຳໂຕໂຢລາວ ທ່ານນາຍົກລັດຖະມົນຕີ ໄດ້ຮັບ ຟັງການລາຍງານຈາກທ່ານ ລັງກອນ ໄຊຍະວົງ ປະທານໂຮງງານອຸດສາຫະກຳ ໂຕໂຢລາວ ໂດຍຫຍໍ້ວ່າ: ໂຮງງານອຸດສາຫະກຳ ໂຕໂຢລາວ ຜະລິດທໍ່ຄົບວົງຈອນ ເປັນຕົ້ນແມ່ນ ທໍ່ພີວີຊີ ( PVC PIPE ), ທໍ່ເອັຈ໌ດີພີອີ ( HDPE PIPE ), ທໍ່ພີພີອາ ( PPR PIPE ), ທໍ່ແອລດີພີອີ ( LDPE PIPE ) ແລະ ອື່ນໆ ເພື່ອຮັບໃຊ້ໃນຂະແໜງນ້ຳປະປາ, ທໍ່ຫຸ້ມສາຍໄຟຟ້າ, ທໍ່ຫຸ້ມສາຍໂທລະຄົມ ແລະ ທໍ່ຮັບໃຊ້ວຽກງານກະເສດຄົບວົງຈອນ ພາຍໃຕ້ເຄື່ອງໝາຍການຄ້າໂຕໂຢ ( TOYO BRAND ) ແລະ ( ASIA GREEN BRAND ) ທີ່ໄດ້ຄຸນນະພາບມາດຕະຖານສາກົນ ISO 9901:2015 ແລະ ມາດຕະຖານແຫ່ງຊາດລາວ ມລ.71:2019 ສາມາດທົດແທນສິນຄ້ານຳເຂົ້າຈາກຕ່າງປະເທດ.

ສຳລັບເມັດຢາງ ແລະ ວັດຖຸດິບແມ່ນວັດຖຸດິບສົດ 100% ນຳເຂົ້າຈາກຜູ້ສະໜອງທີ່ມີຊື່ສຽງໃນໂລກ ເຊັ່ນ: ຈາກຕາເວັນອອກກາງ, ສ.ເກົາຫຼີ, ສິງກະໂປ, ໄຕ້ຫວັນ ແລະ ໄທເປັນຕົ້ນ. ນອກນັ້ນ, ຍັງມີທີມງານວິຊາການທີ່ຊ່ຽວຊານຫຼາຍກວ່າ 20 ປີ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຫຼາຍສຸດຈາກເອີຣົບ ແລະ ອາຊີ ເຂົ້າໃນການຜະລິດທໍ່. ປັດຈຸບັນກຳລັງການຜະລິດຂອງໂຮງານ ປະມານ 50 ພັນໂຕນຕໍ່ປີ.

ສຳລັບການລົງຢ້ຽມຢາມກຸ່ມຜູ້ຜະລິດພືດຜັກອິນຊີບ້ານທົ່ງມັ່ງ, ທ່ານ ນາງ ຄໍາມອນ ຫຼວງລາດ ຕາງໜ້າໃຫ້ກຸ່ມປູກພືດຜັກອິນຊີບ້ານທົ່ງມັ່ງ ເຊິ່ງກຸ່ມດັ່ງກ່າວສ້າງຕັ້ງຂຶ້ນວັນທີ 12 ມິຖຸນາ 2015 ມາຮອດປີ 2016 ໄດ້ຮັບຮອງມາດຕະຖານອິນຊີຢ່າງເປັນທາງການ. ມີເຮືອນຮົ່ມ 15 ຫຼັງ, ລາຍຮັບຂອງສະມາຊິກ ຫຼາຍກວ່າ 8 ລ້ານກີບຕໍ່ເດືອນຕໍ່ຄອບຄົວ, ຮອດປີ 2017 ຂະຫຍາຍເນື້ອທີ່ຈາກ 1,5 ເຮັກຕາເປັນ 4 ເຮັກຕາ, ມີສະມາຊິກ 18 ຄອບຄົວ, ໃນປີ 2017 ໄດ້ເຂົ້າເປັນສະມາຊິກເຄືອຄ່າຍຊາວກະສິກອນລາວ ໄດ້ນໍາສະເໜີຂໍໃບຢັ້ງຢືນກະສິກໍາອິນຊີຈາກກົມປູກຝັງ ພ້ອມຂະຫຍາຍເຮືອນຮົ່ມ ເປັນ 50 ຫຼັງ.

ປີ2019 ອົງການຈັດຕັ້ງສາກົນ ເຂົ້າມາສະໜັບສະໜູນຈາກເຄືອຄ່າຍຊາວກະສິກອນລາວ ມູນຄ່າ 83 ລ້ານກີບ, ໂຄງການແມັກໄນ ສະໜັບສະໜູນເຄື່ອງປະສົມຝຸ່ນ ມູນຄ່າ 14 ລ້ານກີບ. ໄດ້ນໍາເອົາຜົນລະປູກມາຂາຍໃນຕະຫຼາດຢ່າງກວ້າງຂວາງ ເຊັ່ນ: ວຽງຈັນເຊັນເຕີ 3 ມື້ຕໍ່ອາທິດ ຄື ພຸດ, ສຸກ, ອາທິດ; ຫ້າງບາຊາບີ ອາທິດລະ 400 ກິໂລ; ລິມປິ່ງ ອາທິດລະ 200 ກິໂລ; ບໍລິສັດເມືອງລາວຄໍ້າປະກັນສະບຽງອາຫານ ມື້ລະ 150 ກິໂລ. ພ້ອມຂະຫຍາຍເນື້ອທີ່ ຈາກເນື້ອທີ່ 4 ເຮັກຕາ ມາເປັນ 31,5 ເຮັກຕາ ເຊິ່ງຈໍານວນຜົນລະປູກ ໄດ້ແກ່: ຕົ້ນໄມ້ໃຫ້ໝາກ 11,5 ເຮັກຕາ, ກ້ວຍ + ໝາກຫຸ່ງ 12 ເຮັກຕາ, ພືດຜັກ 4 ເຮັກຕາ ມີຈໍານວນສະມາຊິກ 56 ຄົນ.

ດ້ານລາຍຮັບຂອງສະມາຊິກປີ 2019 ຜົນຜະລິດປ້ອນຕະຫຼາດ ຊະນິດພືດກິນໝາກ – ກິນໜໍ່ 5.240 ກິໂລ, ຊະນິດກິນໃບ 29.400 ກິໂລ ສະເລ່ຍລາຄາຂາຍກິໂລລະ 10.000 ກີບ.

ສຳລັບທິດທາງໃນຕໍ່ໜ້າຈະພັດທະນາກຸ່ມໃຫ້ກ້າວເຂົ້າສູ່ລະບົບສະຫະກອນຢ່າງເຕັມຮູບແບບ, ຂະຫຍາຍສະມາຊິກເພີ່ມຂຶ້ນ, ຂະຫຍາຍເຮືອນຮົ່ມໃຫ້ໄດ້ 10 ຫຼັງຕໍ່ຄອບຄົວ.

ແນວໃດກໍຕາມ, ສິ່ງທ້າທາຍຂອງກຸ່ມ ແມ່ນຍັງຂາດທຶນໝູນວຽນ, ທຶນກູ້ຢືມດອກເບ້ຍຊ້ຳຜັດສູງ, ຂາດທຶນສ້າງເຮືອນຮົ່ມ, ຄວາມຮູ້ທາງດ້ານວິຊາການຍັງຢູ່ໃນຂີດຈໍາກັດ, ດິນທໍາການຜະລິດຍັງແມ່ນດິນເຊົ່າ.

ຈາກນັ້ນ, ທ່ານນາຍົກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຫົວໜ້າກຸ່ມ ທີ່ມີຄວາມສາມາດນໍາພາ ແລະ ທ້ອນໂຮມຈໍານວນສະມາຊິກໄດ້ເປັນຢ່າງດີ, ສະແດງອອກມີຈໍານວນສະມາຊິກເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຂໍໃຫ້ກຸ່ມຈົ່ງສືບຕໍ່ເອົາໃຈໃສ່ການຜະລິດຢ່າງສະໝໍ່າສະເໝີ, ສືບຕໍ່ປູກພືດຜັກໃຫ້ຫຼາຍ ໂດຍສະເພາະພືດທີ່ນໍາໃຊ້ນໍ້າໜ້ອຍ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ, ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຊອກເນື້ອທີ່ດິນຂອງລັດທີ່ເປົ່າວ່າງ ເພື່ອນໍາໃຊ້ເຂົ້າໃນການປູກຜັກອິນຊີຂອງກຸ່ມ ເພື່ອ ຄວາມໝັ້ນຄົງໃຫ້ກັບການຜະລິດກໍຄືຜູ້ບໍລິໂພກ.