ແຂວງຈຳປາສັກ ປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນນໍາພາ-ຄຸ້ມຄອງຫຼາຍທ່ານ

201

ຍັງຄົງດຳເນີນໄປຕໍ່ເນື່ອງໃຫ້ສຳເລັດກ່ອນກອງປະຊຸມໃຫຍ່ຂອງພັກຄັ້ງທີXI ສຳລັບການຍົກຍ້າຍຊັບຊ້ອນຕຳແໜ່ງງານໃນ ກຸ່ມພະນັກງານນຳພາຄຸ້ມຄອງແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ທັງເປັນການຝືກຝົນບັນດາພະນັກງານຫຼັກແຫຼ່ງໃຫ້ຮູ້ຊຶ້ງຕໍ່ບັນດາໜ້າວຽກໃນຂະແໜງການຕ່າງໆອີກດ້ວຍ.


ຫຼ້າສຸດນີ້ແມ່ນແຂວງຈຳປາສັກ​ໄດ້ຈັດພິທີປະກາດຍົກຍ້າຍ ແລະ​ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ.ລະອຽດມີດັ່ງນີ້:
ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສະນັ່ນ ສີພາພົມມະຈັນ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ເປັນຫົວໜ້າຄະນະຈັດຕັ້ງແຂວງ.
ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສົມສີ ມະນີນິນ ກໍາມະການພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ.

ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄໍາຕັນ ຊົມພັນດອນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເປັນຮອງປະທານກວດກາພັກ-ລັດແຂວງ. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປະລິນຍາເອກ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກສາທາລະນະສຸກແຂວງ ເປັນຫົວໜ້າຫ້ອງວ່າການແຂວງ.
ແຕ່ງຕັ້ງ ທ່ານ ດຣ.ວຽງສີ ສຸພັກດີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ເປັນຫົວໜ້າພະແນກສາທາລະນະສູກແຂວງ.


ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ກອງແກ້ວ ປັນຍາພອນ ຫົວໜ້າພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ(ປທສ)ແຂວງ ເປັນຮອງຫົວໜ້າຄະນະຮັບຜິດຊອບອານຸສາວະລີແຂວງ. ແຕ່ງຕັ້ງ ທ່ານ ວິໄລ ແກ້ວມະນີໄລ ຮອງຫົວໜ້າພະແນກ ປທສ ແຂວງ ເປັນຫົວໜ້າພະແນກ ປທສ ແຂວງ.

ຂ່າວຈາກ: Media Laos