ບອກລາບັນຫາສິວງ່າຍໆ ດ້ວຍ 3 ຢ່າງນີ້

129

ສິວເປັນບັນຫາຂອງໃຜຫຼາຍຄົນ ໂດຍສະເພາະຊ່ວງໄວກຳລັງຂຶ້ນໜຸ່ມສາວມັກຈະມີບັນຫາກ່ຽວກັບຜິວ ທີ່ເຮັດໃຫ້ເກີດສິວໄດ້ງ່າຍ ມື້ນີ້ເຮົາມີເຄັດລັບຈະມາຝາກໃຫ້ຄົນທີ່ມີບັນຫາສິວໄດ້ເອົາໄປລອງໃຊ້ເບິ່ງ ຈະມີຫຍັງແນ່ນັ້ນເຮົາມາອ່ານໄປພ້ອມກັນເລີຍ.

ເປືອກມັງຄຸດ

ມັງຄຸດເປັນໝາກໄມ້ທີ່ຂຶ້ນຊື່ໃນເລື່ອງຫຼຸດການອັກເສບຂອງຜິວໜັງໄດ້ ຊ່ວຍຍັບຍັ້ງການຈະເລີນເຕີບໃຫຍ່ຂອງແບັດທີເຣຍ ແລະ ຍັງມີສານ Xanthone ຊ່ວຍຕ້ານການອັກເສບ ລວມໄປເຖິງສານ Tannin ທີ່ຊ່ວຍສະໝານບາດແຜໃຫ້ເຊົາໄວ.

ສູດຫຼຸດສິວຈາກເປືອກມັງຄຸດ ແມ່ນເອົາເປືອກມັງຄຸດມາປັ່ນເອົານ້ຳແລ້ວປະສົມກັບນ້ຳອຸ່ນເລັກນ້ອຍ ຫຼັງຈາກນັ້ນນຳເອົາໄປທາບ່ອນທີ່ເປັນສິວອັກເສບ ສາມາດເຮັດໄດ້ທຸກມື້.

ຫອມບົວແດງ

ສະໝຸນໄພໃນຄົວເຮືອນ ເຊັ່ນ ຫອມບົວແດງ ແມ່ນມີສານສະກັດຈາກທຳມະຊາດ ທີ່ຊ່ວຍຂ້າເຊື້ອໂລກໃນສິວໄດ້ ພ້ອມທັງຫຼຸດການອັກເສບ.

ວິທີຫຼຸດສິວດ້ວຍຫອມບົວແດງ ແມ່ນໃຫ້ນຳເອົາຫອມບົວແດງໄປບົດ ຫຼື ສັບໃຫ້ໝຸນ ປະສົມນ້ຳສະອາດໜ້ອຍໜຶ່ງ ແລ້ວພອກໃສ່ບໍລິເວນທີ່ເປັນສິວປະມານ 10 ນາທີ ແລ້ວລ້າງອອກ ສູດນີ້ສາມາດເຮັດໄດ້ທຸກມື້ເຊັ່ນດຽວກັນ ຈະຊ່ວຍໃຫ້ຮອຍດຳ ແດງ ທີ່ເກີດຈາກສິວຈາງລົງ ຫຼຸດການເກີດສິວໃໝ່.

ດື່ມນ້ຳໃຫ້ພຽງພໍ

ການດື່ມນ້ຳໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໃນແຕ່ລະມື້ ( 6-8 ຈອກ ) ເພາະຈະເຮັດໃຫ້ຜິວຂອງເຮົາຊຸ່ມຊື່ນບໍ່ຂາດນ້ຳ ເຮັດໃຫ້ຜິວອິ່ມນ້ຳ ກໍຈະບໍ່ເຮັດໃຫ້ມີການຜະລິດຄວາມມັນສ່ວນເກີນອອກມາ ຈຶ່ງຊ່ວຍຫຼຸດຄວາມມັນເທິງຜິວໜ້າ ບັນຫາສິວກໍຈະຫຼຸດລົງ ນີ້ກໍຖືວ່າເປັນວິທີຫຼຸດສິວອີກແບບໜຶ່ງ ພ້ອມນີ້ນ້ຳຍັງຊ່ວຍລ້າງສານພິດອອກຈາກຮ່າງກາຍ ຈະເຮັດໃຫ້ໜ້າໃສ ສິວບໍ່ມີ ແລະ ຜິວພັນອິ່ມນ້ຳຕະຫຼອດເວລາ.