ມາຮູ້ຈັກ ໜຸ່ມ ແຂບຄໍາ ຊາພັກດີ Mister Asian international Laos 2020

261

ກ່ອນອື່ນຕ້ອງຂໍສະແດງຄວາມດີໃຈ ແລະ ຍິນດີນໍາ ໜຸ່ມແຂບຄໍາ ຊາພັກດີ ໜຸ່ມໜ້າໃສ, ຮຸ່ນດີ ທີ່ໄດ້ຮັບເລືອກແຕ່ງຕັ້ງເປັນ Mister Asian international Laos 2020 ເມື່ອວັນທີ 6 ກໍລະກົດ 2020 ທີ່ຜ່ານມາ ເພື່ອຮັບໜ້າທີ່ເປັນຕົວແທນຂອງປະເທດລາວໄປປະກວດໃນເວທີລະດັບສາກົນຢູ່ປະເທດມາເລເຊຍໃນເດືອນ ພະຈິກ 2020 ນີ້.

ແນວໃດກໍ່ຕາມ ໃນປີນີ້ມີຫຼາຍເວທີການປະກວດໃນລາວທີ່ຕ້ອງໂຈະ ແລະ ເລື່ອນການຈັດງານໄປເປັນປີໜ້າ ທັງນີ້ກໍ່ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ດັ່ງນັ້ນ, ຈຶ່ງໄດ້ມີການຄັດເລືອກເອົາບຸກຄົນທີ່ຄຸນສົມບັດເໝາະສົມມາຮັບຕໍາແໜ່ງອັນຊົງກຽດຈາກເວທີຕ່າງໆແບບອັດຕະໂນມັດ ເຊິ່ງ ໜຸ່ມແຂບຄໍາ ຊາພັກດີ ກໍ່ເປັນໜຶ່ງໃນນັ້ນ.

ແຂບຄໍາ ຊາພັກດີ ປັດຈຸບັນອາຍຸ 27ປີ ເປັນໜຸ່ມລາວໃຕ້ຈາກແຂວງອັດຕະປື ມີຫຼາຍຫຼາຍຄວາມຝັນ ແລະ ຄວາມພະຍາມ, ເຊິ່ງຕອນນີ້ເຮັດທຸລະກິດສ່ວນຕົວຫວັງຢືນໄດ້ດ້ວຍລໍາແແຄ່ງຂອງຕົນເອງ ທີ່ນອກຈາກການເຮັດທຸລະກິດແລ້ວ ຍັງມີຜົນງານໃນວົງການບັນເທີງນໍາອີກ ເປັນຕົ້ນແມ່ນ ເຄີຍເຂົ້າປະກວດ Mister power man laos 2020, ໄດ້ສະແດງລະຄອນເພງ, ຖ່າຍແບບ, ເປັນພີເຊັນເຕີໃຫ້ກັບແບຣນເຄື່ອງສໍາອາງ ແລະ ອື່ນໆອີກ.

ໃນຖານະທີ່ເປັນຕົວແທນປະເທດລາວໄປປະກວດຢູ່ເວທີລະດັບສາກົນ ໜຸ່ມແຂບຄໍາກ່າວວ່າ: ຕົນເອງໄດ້ກຽມພ້ອມທຸກຢ່າງເຂົ້າຟິດເນັດເພື່ອຟິດຮຸ່ນໃຫ້ພ້ອມ ແລະ ຝຶກທັກສະດ້ານການເວົ້າເພື່ອບໍ່ໃຫ້ນ້ອຍໜ້າປະເທດອື່ນ. ແຕ່ຫາກເວົ້າເຖິງຄວາມຄາດຫວັງໃນເວທີນີ້ແມ່ນຈະເຮັດໃຫ້ເຕັມທີ່ຫວັງເຂົ້າໄປໃນຮອບຄັດເລືອກທີ່ເລິກທີ່ສຸດ ເພື່ອໄປສະແດງສັກກະຍາພາບຄວາມເປັນລາວໃຫ້ຊາວໂລກໄດ້ຮັບຮູ້ ດັ່ງນັ້ນ, ຂໍກຳລັງໃຈຈາກຊາວລາວທຸກຄົນຊ່ວຍສົ່ງກຳລັງໃຈໃຫ້ແຂບຄໍາໃນການປະກວດຄັ້ງນີ້ດ້ວຍ.

ໂດຍ: ເອຢິບ
ຂອບໃຈພາບ: ແຂບຄໍາ ບ່າວແດນໄກ