ຄໍາມ່ວນ ທໍາລາຍເຄື່ອງໃນສັດເກືອບ 2ໂຕນທີ່ລັກລອບນໍາເຂົ້າແຖມປົນເປື້ອນສານເຄມີ

157

ຍັງມີໃຫ້ເຫັນມາເລື້ອຍໆສໍາລັບການລັກລອບນໍາເຂົ້າສິນຄ້າແບບບໍ່ຖືກຕ້ອງ ເຖິງແມ່ນວ່າຜ່ານມາພາກສ່ວນກ່ຽວຂ້ອງຈະມີການຄຸມເຂັ້ມກວດຍຶດທໍາລາຍຖິ້ມມາແລ້ວຈໍານວນບໍ່ໜ້ອຍ ແຕ່ກໍ່ຍັງມີກຸ່ມຄົນຈໍານວນໜຶ່ງທີ່ຝ່າຝືນເຮັດສິ່ງຜິດລະບຽບກົດໝາຍຢູ່, ຫຼ້າສຸດພົບຢູ່ຄໍາມ່ວນເປັນເຄື່ອງໃນສັດເກືອບ 2ໂຕນ ເຊິ່ງເຈົ້າໜ້າທີ່ກໍ່ສາມາດຍຶດໄດ້ ແລະ ນໍາໄປທໍາລາຍຖິ້ມ.

ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ລາຍງານໃຫ້ຮູ້ວ່າ: ໃນເວລາ 9:00 ໂມງ ຂອງວັນທີ 7 ກໍລະກົດ 2020 ມີພົນລະເມືອງດີທ່ານໜຶ່ງແຈ້ງຕໍ່ເຈົ້າໜ້າທີ່ວ່າມີການລັກລອບນຳເຂົ້າສິນຄ້າປະເພດເຄື່ອງໃນສັດ ແບບບໍ່ຖືກຕ້ອງຕາມກົດໝາຍ ທາງເຈົ້າໜ້າທີ່ກໍ່ໄດ້ລົງເຄື່ອນໄຫວຕິດຕາມລົດໝາຍເລກທະບຽນຕາມການແຈ້ງຂອງພົນລະເມືອງດີ, ເມື່ອກວດກາລົດຄັນດັ່ງກ່າວກໍ່ໄດ້ພົບເຫັນສິນຄ້າປະເພດຕັບໝູ ແລະ ເຄື່ອງໃນງົວ, ຄວາຍ ທີ່ຊຸກເຊື່ອງຢູ່ພື້ນລົດ ເຊິ່ງມີທັງໝົດຈຳນວນ 22 ແກັດ, ນ້ຳໜັກ 1.870 ກິໂລກຼາມ ລວມມີມູນຄ່າ 28 ລ້ານກວ່າກີບ.

ຕາມການກວດກາຂອງເຈົ້າໜ້າທີ່ເຫັນວ່າສິນຄ້າ ປະເພດດັ່ງກ່າວແມ່ນມີສານເຈືອປົນເປັນຈຳນວນຫຼາຍ ສະນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ຍຶດ ພ້ອມນຳເອົາສິນຄ້າດັ່ງກ່າວໄປທຳລາຍ ທີ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 8 ກໍລະກົດ 2020 ໂດຍມີເຈົ້າໜ້າທີ່ຈາກຂະແໜງ ການຕ່າງໆຂອງແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂໍ້ມູນຈາກ: Khammouane News