ອາກາດຮ້ອນແບບນີ້ ຕ້ອງສະມູດຕີ້ໝາກນັດ

172

ມື້ນີ້ແອັດມິນຂໍນຳສະເໜີເຄື່ອງດື່ມສົດຊື່ນນັ້ນກໍຄື ສະມູດຕີ້ໝາກນັດ ສູດນີ້ໃສ່ໝາກໄມ້ຫຼາຍຊະນິດ ສິ່ງໜ້າສົນໃຈຄືເທເຄື່ອງດື່ມສະລັບຊັ້ນ ແລະ ສີສັນສວຍງາມ ຕົກແຕ່ງດ້ວຍອັລມອນ ແລະ ໝາກພ້າວຂົ້ວ.

ສ່ວນປະສົມ ສະມູດຕີ້ໝາກນັດ

ສະຕໍເບີລີ້ແຊ່ແຂງ 1 ຖ້ວຍ

ກ້ວຍຫອມຊ່ອຍເປັນຕ່ອນແຊ່ແຂງ 1 ໜ່ວຍ

ຊີ້ນໝາກພ້າວສັບ 1/3 ຖ້ວຍ

ກະທິ 1 ຖ້ວຍ

ໝາກມ່ວງຊ່ອຍເປັນຕ່ອນແຊ່ແຂງ 1 ຖ້ວຍ

ນ້ຳໝາກນັດ 1+1/2 ຖ້ວຍ

ກິ່ນວານິລາ 1 ບ່ວງຊາ

ອັລມອນແຫ້ງ (ສຳລັບຕົກແຕ່ງ)

ໝາກພ້າວຂົ້ວ (ສຳລັບຕົກແຕ່ງ)

ວິທີເຮັດສະມູດຕີ້ໝາກນັດ

1 ໃສ່ສະຕໍເບີລີ້ ກ້ວຍຫອມ ຊີ້ນໝາກພ້າວ ແລະເທກະທິລົງໃນເຄື່ອງປັ່ນນ້ຳໝາກໄມ້ ປັ່ນໃຫ້ເຂົ້າກັນຈົນລະອຽດ ເທໃສ່ຈອກເປັນຊັ້ນທີ 1.

2 ໃສ່ໝາກມ່ວງ ນ້ຳໝາກນັດ ກິ່ນວານິລາລົງໃນເຄື່ອງປັ່ນນ້ຳໝາກໄມ້ ປັ່ນໃຫ້ເຂົ້າກັນຈົນລະອຽດເທໃສ່ຈອກເປັນຊັ້ນທີ່2 ຕົກແຕ່ງດ້ວຍອັລມອນແທ່ງແລະໝາກພ້າວຂົ້ວ ເທົ່ານີ້ກໍພ້ອມຈັດເສີບໄດ້ເລີຍ.