ໜ້າຫ່ວງ! ເກາະຄິວຊູ ຍັງວິກິດ ອຸຕຸເຕືອນ ຝົນຍັງສືບຕໍ່ຕົກໜັກ

58
Flooding has killed at least eight people and forced 2 million others to flee their homes Saturday as heavy rain pounded large areas in southwestern Japan. Credit:Shingo Nishizume/Kyodo News via AP

ສຳນັກຂ່າວເອເອັຟພີ ລາຍງານວ່າ: ໜ່ວຍກູ້ໄພຂອງຍີ່ປຸ່ນ ຕ້ອງເຮັດວຽກແຂ່ງກັບເວລາ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ແລະ ດິນເຈື່ອນທີ່ຍັງຕິດຢູ່ໃນພື້ນທີ່, ພົບຜູ້ເສຍຊີວິດແລ້ວ 49 ຄົນ, ຂະນະທີ່ກົມອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ເຕືອນວ່າ ຍັງມີຝົນຕົກໜັກຕື່ມອີກ.

ກົມອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ອອກມາເຕືອນໄພລະດັບສູງສຸດ ເມື່ອວັນທີ 7 ກໍລະກົດຜ່ານມາວ່າ: ຈະມີຝົນຕົກໜັກຕໍ່ເນື່ອງຈົນເຖິງວັນທີ 9 ກໍລະກົດ ເຊິ່ງອາດເຮັດໃຫ້ນ້ຳຖ້ວມສູງ ແລະ ດິນເຈື່ອນໃນບໍລິເວນເກາະຄິວຊູ ທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຍີ່ປຸ່ນ ຈຶ່ງແຈ້ງເຕືອນໃຫ້ປະຊາຊົນທີ່ອາໄສຢູ່ເກາະດັ່ງກ່າວລະມັດລະວັງ ແລະ ຍ້າຍໄປຢູ່ບ່ອນປອດໄພ.

ສ່ວນຍອດຜູ້ເສຍຊີວິດມາຮອດວັນທີ 7 ກໍລະກົດ ມີ 49 ຄົນ, ສູນຫາຍອີກ 12 ຄົນ, ທາງການຍີ່ປຸ່ນຕ້ອງໃຊ້ທະຫານ, ຕຳຫຼວດ, ໜ່ວຍກູ້ໄພ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ປະມານ 40.000 ຄົນ ເພື່ອຄົ້ນຫາຜູ້ສູນຫາຍ ແລະ ອົບພະຍົບປະຊາຊົນອອກຈາກພື້ນທີ່ ເຊິ່ງຕ້ອງໄດ້ໃຊ້ເຮືອ ແລະ ຍົນເຮລີຄັອບເຕີເທົ່ານັ້ນ.