ປະທານາທິບໍດີບຣາຊິນ ຕິດເຊື້ອໂຄວິດ – 19 ຍອມຮັບຕົນເອງຢູ່ໃນກຸ່ມສ່ຽງເສຍຊີວິດ

175

ສຳນັກຂ່າວ ຊີເອັນເອັນ ( CNN ) ລາຍງານວ່າ: ທ່ານ ແຈ ໂບລໂຊນາໂດ ( Jair Bolsonaro ) ອາຍຸ 65 ປີ, ຕິດເຊື້ອພະຍາດໂຄວິດ – 19 ຫຼັງກວດຫາເຊື້ອຢູ່ໂຮງໝໍ ຜົນອອກມາເປັນບວກ.

ຜູ້ນຳບຣາຊິນ ຖະແຫຼງຜ່ານສະຖານີໂທລະພາບບຣາຊິນ ເມື່ອວັນທີ 7 ກໍລະກົດນີ້ ຕາມເວລາທ້ອງຖິ່ນວ່າ: ຍອມຮັບວ່າຕະຫຼອດໄລຍະຜ່ານມາ ລາວປະໝາດພະຍາດໂຄວິດ – 19 ມາຕະຫຼອດ ຈົນກະທັງມີອາການໄຂ້ 2 – 3 ມື້ຜ່ານມາ ຈຶ່ງເຂົ້າໄປກວດຫາເຊື້ອຢູ່ໂຮງໝໍ ພ້ອມກັບພັນລະຍາຂອງລາວ ຜົນກວດອອກມາປະກົດວ່າເປັນບວກ, ແຕ່ບໍ່ມີລາຍງານເຖິງຜົນກວດຂອງ ທ່ານ ນາງ ມິເຊລ ໂບລໂຊນາໂດ ພັນລະຍາຂອງລາວແຕ່ຢ່າງໃດ.

ຜູ້ນຳບຣາຊິນ ໃຫ້ສຳພາດກັບສຳນັກຂ່າວ ຊີເອັນເອັນ ວ່າ: ຫຼັງຈາກນີ້ໄປລາວຈະຫຼີກລຽງການພົບປະກັບຜູ້ຄົນເປັນການສ່ວນຕົວ, ສ່ວນການປະຊຸມຫາກມີຄວາມຈຳເປັນກໍຕ້ອງປະຊຸມທາງໄກ ຫຼື ປະຊຸມແບບອອນລາຍ.

ຜູ້ນຳບຣາຊິນ ຍັງກ່າວວ່າ: ລາວຮູ້ດີວ່າພະຍາດດັ່ງກ່າວນີ້ອາດເຮັດໃຫ້ເສຍຊີວິດໄດ້ ໂດຍສະເພາະຜູ້ຕິດເຊື້ອທີ່ມີອາຍຸ 65 ປີຂຶ້ນໄປ ເຊິ່ງລາວກໍຕົກກຸ່ມດັ່ງກ່າວນັ້ນ ລວມເຖິງຜູ້ທີ່ມີພະຍາດປະຈຳຕົວ.