ຄັ້ງທໍາອິດໃນຮອບ 9ປີ! ຈີນ ລະບາຍນ້ຳອອກຈາກອ່າງເກັບນ້ຳຂະໜາດໃຫຍ່

138

ສຳນັກຂ່າວຊິນຮວາລາຍງານວ່າ: ອ່າງເກັບນ້ຳ ແມ່ນ້ຳຊິນອັນ ຂອງຈີນ ເຊິ່ງເປັນໂຄງການຄວບຄຸມນ້ຳຖ້ວມທີ່ສຳຄັນບໍລິເວນຕົ້ນນ້ຳ ຂອງແມ່ນ້ຳຊຽນຖັງ ໄດ້ເປີດປະຕູເພື່ອລະບາຍນ້ຳອອກ ( spillway ) ເປັນຄັ້ງທຳອິດ ໃນຮອບ 9 ປີ ເພື່ອຫຼຸດລະດັບນໍ້າຖ້ວມ.

ອ່າງເກັບນ້ຳ ຊິນອັນ ເປັນທີ່ຮູ້ຈັກທົ່ວໄປໃນຊື່ ທະເລສາບ ຊຽນເຕົ່າ ເປັນແຫຼ່ງຜະລິດນ້ຳດື່ມ, ນ້ຳໃຊ້ຫຼັກຂອງມົນທົນເຈີຈຽງ ທັງເຮັດໜ້າທີ່ເປັນອ່າງເກັບນ້ຳແບບຍຸດທະສາດ ສຳລັບສາມຫຼ່ຽມປາກແມ່ນ້ຳແຍງຊີ, ສ່ວນແມ່ນ້ຳຊຽນຖັງ ເປັນແມ່ນ້ຳໃຫຍ່ທີ່ສຸດໃນເຈີຈຽງ ແລະ ເປັນທີ່ຂຶ້ນຊື່ລືຊາເລື່ອງປາກົດການຄື້ນທະເລໝູນ ( tidal bore ) ທີ່ໃຫຍ່ສຸດໃນໂລກ.

ປີ 2020 ເຈີຈຽງ ໄດ້ຮັບ ຄວາມເສຍຫາຍຈາກຝົນຕົກໜັກຢ່າງຕໍ່ເນື່ອງ ເປັນເວລາກວ່າ 1 ເດືອນ ໂດຍມີປະລິມານຝົນສະສົມເຖິງ 455,1 ມິນລີແມັດ ສູງກວ່າຄ່າສະເລ່ຍກ່ອນໜ້ານີ້ ເຖິງ 51% ເມື່ອທຽບໃສ່ໄລຍະດຽວກັນ.